ການນຳນະຄອນໂຮ່ຈີມິນຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ

 ການນຳນະຄອນໂຮ່ຈີມິນຕ້ອນຮັບຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ - ảnh 1
ທ່ານ ຫງວຽນ​ແທ່ງຟອງ ຕ້ອນຮັບ​ທ່ານ Sous Yara
 ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ກຳປູ​ເຈຍ
(ພາບ: TTXVN)

(vovworld) – ​ຕອນ​ຄ່ຳ​ວັນ​ທີ 16/11, ທ່ານ ຫງວຽນ​ແທ່ງຟອງ, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ ນະຄອນ​ໂຮ່ຈີ​ມິນ ມີ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນພັກ​ປະຊາຊົນ ກຳປູ​ເຈຍ ​ໂດຍ​ທ່ານ Sous Yara ກຳມະການ​ສູນ​ກາງ​ພັກ, ສະມາ​ຊິກ​ລັດຖະສະພາ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ກຳປູ​ເຈຍ ນຳ​ໜ້າ ພວມ​ຢູ່​ຢ້ຽ​ມຢາມນະຄອນ ​ໂຮ່ຈີ​ມິນ. ທ່ານ ຫງວຽນ​ແທ່ງ​ຟອງ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ ກຳປູ​ເຈຍ ສືບ​ຕໍ່​ເປີດ​ກ້ວາງ​ການ​ພົວພັນ, ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ກ້າວເຂົ້າ​ສູ່​ລວງ​ເລິກ​ ດ້ວຍ​ບັນດາ​ບັນຫາ​ລະອຽດ​ຄື: ກໍ່ສ້າງ​ໂຮງໝໍ ​ເຈິ້​ໄຣ ຢູ່ ພະນົມ​ເປັນ, ຈັດ​ຕັ້ງບັນດາ​ງານ​ຕະຫລາດນັດ​ວາງສະ​ແດງ, ສົ່ງ​ເສີມ​ການ​ບໍລິການ, ການ​ຄ້າ, ການທ່ອງທ່ຽວ ​ແລະ ຫວັງ​ວ່າ: ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກປະຊາຊົນ ກຳປູ​ເຈຍ ຈະ​ສະໜັບສະໜູນ​ບັນດາ​ທ້ອງ​ຖິ່ນ​ ໃນການ​ຮ່ວມ​ມື​ດັ່ງ​ກ່າວ. ສ່ວນ​ທ່ານ Sous Yara ກໍ່ປາດ​ຖະໜາ​ວ່າ: ດ້ວຍ​ບົດບາດນຳ​ໜ້າ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ວິທະຍາສາດ​ເຕັກນິກ, ການພົບ​ປະ​ແລກປ່ຽນ​ວັດທະນະທຳ ນະຄອນ ​ໂຮ່ຈີ​ມິນ ຈະ​ແມ່ນ​ຂົວ​ຕໍ່​ໃຫ້​ແກ່ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ພ້ອມ​ທັງ ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ບັນດາ​ນະຄອນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ