ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານາທິບໍດີບັງກຼາເທດAbdulHamid

ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານາທິບໍດີບັງກຼາເທດAbdulHamid - ảnh 1
ທ່ານ ​ເລ​ຮ່ວາງ​ກວນ ​ຕ້ອນຮັບ​ທ່ານ
ປະທານາທິບໍດີ​ ບັງ​ກຼາ​ເທດ Abdul Hamid
(ພາບ: Thanhvu/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 12/8, ຢູ່ຫໍປະຊຸ​ມ​ເອກະ​ພາບ, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ປະທານາທິບໍດີ​ ບັງ​ກຼາ​ເທດ Abdul Hamid ພວມ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ ​ເລ​ຮ່ວາງ​ກວນ ​ແລ້ວ, 2 ປະ​ເທດ ຫວຽດນາມ ​ແລະ ບັງ​ກຼາ​ເທດ ມີ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ, ​ເປັນ​ຕະຫລາດ​ໃຫຍ່ດ້ວຍ​ພົນລະ​ເມືອງ​ຈຳນວນ​ຫລວງຫລາຍ. ​ເພາະສະ​ນັ້ນ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ຈະ​ເປີດ​ກ້ວາງ ​ແລະ ຍົກ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ນະຄອນ ​ໂຮ່ຈີ​ມິນ ຈະ​ມານະ​ພະຍາຍາມ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງໃຫ້​ແກ່​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມືລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ສ່ວນ​ທ່ານ Abdul Hamid ກໍຫວັງ​ວ່າ: ການ​ພົວພັນ ຫວຽດນາມ - ບັງ​ກຼາ​ເທດ ຈະ​ພັດທະນາກ່ວາ​ອີກ ​ແລະ ​ນັບ​ມື້​ນັບ​ ​ເລິກ​ເຊິ່ງ. ທ່ານ Abdul Hamid ກໍ​ປາດ​ຖະໜາ​ວ່າ: ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​​ໃຫ້ຊາວ ບັງ​ກຼະ​ເທດ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທີ່ນີ້.

           ​ແລະ​​ໃນ​ວັນ​ດຽວກັນ, ທ່ານ​ປະທານາທິບໍດີ Abdul Hamid ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ບັງ​ກຼະ​ເທດ ​​ໄດ້ມີ​ການພົບ​ປະກັບປະຊາ​ຄົມ​ຊາວ ບັງ​ກຼະ​ເທດ ຢູ່ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໄປ​ຢ້ຽມຢາມ​​ເຂດປູຊະນີຍະ​ຖານ​ປະຫວັດສາດ​ອຸ​ໂມງ​ໃຕ້​ດິນ ກຸ້ຈີ.



ຂ່າວ/ບົດ​ອື່ນ