ການນຳນະຄອນໂຮ່ຈີມິນຢ້ຽມຢາມກຳມະກອນກໍ່ສ້າງຂົວ

ການນຳນະຄອນໂຮ່ຈີມິນຢ້ຽມຢາມກຳມະກອນກໍ່ສ້າງຂົວ - ảnh 1
ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ລົງ​ຢ້ຽ​ມຢາມ​ກຳມະກອນທີ່ພວມ​ປະຕິບັດ​ງານ​
(ພາບ: nld.com.vn)

(vovworld) – ຕອນ​ເຊົ້າວັນ​ທີ 31/1, ທ່ານ ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ລົງ​ຢ້ຽ​ມຢາມ​ກຳມະກອນ​ທີ່ພວມ​ປະຕິບັດ​ງານ​ຢູ່ກິດຈະກຳ 3 ​ແຫ່ງ​ຄື: ຂົວ ​ເລ​ວັນ​ສີ, ຂົວ ບົງ ​ແລະ ຂົວ​ ​ເຮົ້າ​ຢາງ. ​ເຖິງ​ວ່ານີ້​ຈະ​ແມ່ນ​ວັນ​ທີ 1 ຂອງ ບຸນ​ເຕັດ​ກໍ່ຕາມ ​ແຕ່​ບັນຍາກາດ​ອອກ​ແຮງ​ງານ, ​ເຮັດ​ວຽກ​ຢູ່​ຂົວ 3 ​ແຫ່ງ​ດັ່ງກ່າວ​ຍັງ​ຮີບ​ເຮັ່ງ​ຢູ່ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້ວາງ​ອອກ. ທ່ານ ​ເລ​ແທງ​ຫາຍ ສະ​ເໜີ​ໃຫ້​ບັນດາ​ຫົວໜ່ວຍ​ປະຕິບັດ​ງານຕ້ອງ​ຮັບປະກັນ​ຄຸນ​ນະພາ​ບກິດຈະກຳ​ເປັນ​ຢ່າງ​ດີ.

    ຂົວ ​ເລ​ວັນ​ສີ ​ໃນ​ຄອງ​ເໝືອງ ຍຽວ​ໂລກ - ທິ​ແຫ​ງ່ ​ໄດ້​ເລີ່​ມລົງມື​ກໍ່ສ້າງ​​​ແຕ່​ເດືອນ 11/2013, ຄາດ​ວ່າ​ຈະ​ດຳ​ເນີນ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ເດືອນ 6/2014. ຂົວ ບົງ ​​​ໄດ້​ເລີ່​ມລົງມື​ກໍ່ສ້າງ​​ໃນ​ວັນ​ທີ 4/11/2013, ກໍ່ສ້າງ​ໃນ​​ເວລາ 10 ​ເດືອນ. ຂົວ ​ເຮົ້າ​ຢາງ ​ໃນ​ຄ​ອງ​ເໝືອງ ​ເຕີ​ນຮ໋ວາ - ລໍ່​​ໂກ໋ມ ເລີ່​ມລົງມື​ກໍ່ສ້າງ​​​ແຕ່​ວັນ​ທີ 4/11/2013, ຄາດ​ວ່າກໍ່ສ້າງ​ໃນ​​ເວລາ 10 ​ເດືອນ.

 




ຂ່າວ/ບົດ​ອື່ນ