ການນຳບັນດາທ້ອງຖິ່ນ ອວຍພອນຊາວຄຼິດ ເນື່ອງໃນໂອກາດວັນ ບຸນຄຼິດສມາດ 2013

ການນຳບັນດາທ້ອງຖິ່ນ ອວຍພອນຊາວຄຼິດ ເນື່ອງໃນໂອກາດວັນ ບຸນຄຼິດສມາດ 2013 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
​ຢ້ຽມຢາມ​ສູນກາງ​ວຽກ​ງານ​ຊາວ​ຄຼິດ ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ
(ພາບ: chinhphu.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ວັນ​ບຸນຄຼິດສມາດ 2013, ຕອນ​ເຊົ້າ​ວັນ​ທີ 21/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ສູນກາງ​ວຽກ​ງານ​ຊາວ​ຄຼິດ ເຂດ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ ​ແລະ ສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງ​ຫວຽດນາມ (ພາກ​ໃຕ້). ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ອວຍພອນ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ນັກບວດ ​ແລະ ພໍ່​ແມ່ພີ​ນ້ອງ​ຊາວ​ຄຼິດນະຄອນ​ໂຮ່ຈິ​ມິນ ມີ​ວັນບຸນຄຼິດສມາດ ທີ່ສະ​ຫງົບ​ສຸກ. ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ຊາວ​ຄຼິດ ນະຄອນ ​ເຂົ້າ​ໃນ​ການ​ກໍ່ສ້າງ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະຄະ​ດີ​ນັນ ຝ້າ​ມມິ​ງ​ເໝີ​ນ, ສັງຄະ​ນາຍົກ, ຫົວໜ້າ​ສະພາ​ສັງຄະ​ລາດເຂດ​ຊາວ​ຄິຼດ ນະຄອນ​ໂຮ່ຈິ​ມິນ ​ແລະ ຫຼວງ​ພໍ່ ຝານ​ວິ້ງ​​ເກີ, ຫົວ​ໜ້າ​ສະມາຄົມ​ສາສະໜາ​ໂປ​ແຕັກ​ຕັງຫວຽດນາມ (​ພາກ​ໃຕ້) ພ້ອມ​ກັບ​ບັນດາ​ຍົດ​ຖາ​ບັນດາສັກ ສືບ​ຕໍ່​ແນະນຳ, ສົ່ງ​ເສີມ​ຊາວ​ຄຼິດ ປະຕິບັດ​ແນ​ງທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ, ດຳລົງ​ຊີວິດ​ຢູ່​ໃນ​ສິນ​ກິນ​ໃນ​ທຳ, ຍົກ​ສູງ​ຈິດ​ໃຈ “ຊາວ​ຄຼິດດີ ກໍ່​ແມ່ນ​ພົນລະ​ເມືອງ​​ດີ”, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ແຂງ​ແຮງ ​ແລະ ຮັ່ງມີ​ຍິ່ງກວ່າ​ອີກ​.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ຊາວ​ຄຼິດທີ່​ດີ​ເດັ່ນ ​ແລະ ບັນດາ​ຍົດ​ຖາ​ບັນດາສັກ​ຢູ່​ສຳນັກ​ສັງຄະ​ລາດ​ເຂດ​ຊາວ​ຄຼິດ ​​ເຫ໋​ວ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ແຈ້ງ​ໃຫ້​ຫົວໜ້າ​ສຳນັກ​ສັງຄະ​ລາດ ​ເລ​ວັນ​ຮົ່ງ ​ແລະ ບັນດາ​ຍົດ​ຖາ​ບັນດາສັກຊາບກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມ​ປີຜ່ານມາ; ພ້ອມ​ທັງ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ວົງ​ການ​ຜູ້​ມີຍົດ​ຖາ​ສັກ​ຕຳ​ແໜ່​ງ​ໃນ​ສາສະໜາກາ​ໂຕລິກ ​ແລະ ​ຊາວຄຼິດ ​ໃນ​​ແຂວງ​ເທື່ອ​ທຽນ​​ເຫ໋ວ.

        ​ເນື່ອງ​ໃນ​ໂອກາດ​ງາຍ​ບຸນຄຼິດສມາດ ​ແລະ ອວຍພອນ​ປີ​ໃໝ່ຄ​.ສ 2014, ການ​ນຳ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ​ຈ່າ​ວິ​ງ ກໍ່​ໄດ້​ລົງ​ໄປ​ຢ້ຽມຢາມ ​ແລະ ອວຍ​ພອນ​ຊາວ​ຄຼິດເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ