ການນຳບັນດາປະເທດອີຢູບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານໄລຍະຍາວ ແລະ ບ້ວງເງິນຟື້ນຟູເສດຖະກິດ

(VOVWORLD) -ປະຈຸບັນ ອີຢູ ສາມາດຜັນຂະຫຍາຍການຈັດແບ່ງບ້ວງງົບປະມານດັ່ງກ່າວ ແລະ ຟື້ນຟູພື້ນຖານເສດຖະກິດ.

ການນຳບັນດາປະເທດອີຢູບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານໄລຍະຍາວ ແລະ ບ້ວງເງິນຟື້ນຟູເສດຖະກິດ - ảnh 1 ການນຳບັນດາປະເທດສະມາຊິກອີຢູ

(ພາບ: REUTERS/TTXVN)

ທີ່ກອງປະຊຸມສຸດຍອດສະຫະພາບເອີລົບ (ອີຢູ) ທີ່ໄຂຂຶ້ນໃນວັນທີ 10 ທັນວາ, ຢູ່ບຣຸກແຊນ, ປະເທດແບນຊິກ, ການນຳ 27 ປະເທດສະມາຊິກອີຢູ ບັນລຸໄດ້ຂໍ້ຕົກລົງກ່ຽວກັບງົບປະມານໄລຍະຍາວຂອງອີຢູ ພ້ອມກັບບ້ວງເງິນຟື້ນຟູເສດຖະກິດທີ່ມີມູນຄ່າ 2.190 ຕື້ USD ເພື່ອແນໃສ່ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ເສດຖະກິດ, ສັງຄົມ.

        ທ່ານປະທານສະພາເອີລົບ (EC) Charles Michel ເນັ້ນໜັກວ່າ, ປະຈຸບັນ ອີຢູ ສາມາດຜັນຂະຫຍາຍການຈັດແບ່ງບ້ວງງົບປະມານດັ່ງກ່າວ ແລະ ຟື້ນຟູພື້ນຖານເສດຖະກິດ. ຕາມທ່ານແລ້ວ, ບ້ວງເງິນຟື້ນຟູເສດຖະກິດດັ່ງກ່າວ ຈະຊ່ວຍຊຸກຍູ້ວິວັດທະນາການຂອງການຫັນປ່ຽນພະລັງງານຂຽວ ແລະ ຫັນປ່ຽນດີຈີຕອນຢູ່ບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ