ການ​ນຳ​ບັນ​ດາ​ປະ​ເທດອວຍ​ພອນ​ວັນ​ຊາດ ຫວຽດ​ນາມ

(VOVWORLD) - ການນຳບັນດາປະເທດ ຊົມເຊີຍບັນດາຜົນງານສຳຄັນເຊິ່ງ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳນຳພາຂອງ ພັກຄອມມູນິດ ຫວຽດນາມ.
ການ​ນຳ​ບັນ​ດາ​ປະ​ເທດອວຍ​ພອນ​ວັນ​ຊາດ ຫວຽດ​ນາມ - ảnh 1(ພາບປະກອບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945 - 2/9/2023), ການນຳບັນດາປະເທດ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສາທາລະນະລັດປະຊາຊົນ ຈີນ, ລາຊະອານາຈັກ ກຳປູເຈຍ, ສາທາລະນະລັດ ກູບາ, ສະຫະພັນ ລັດເຊຍ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ, ສາທາລະນະລັດ ອິນເດຍ, ອິນໂດເນເຊຍ, ຟີລິບປິນ ໄດ້ສົ່ງໂທລະເລກ ແລະ ສານອວຍພອນມາຍັງການນຳພັກ, ລັດ ຫວຽດນາມ.

        ໃນຈົດໝາຍ ແລະ ໂທລະເລກອວຍພອນສະບັບຕ່າງໆ, ການນຳບັນດາປະເທດ ຊົມເຊີຍບັນດາຜົນງານສຳຄັນເຊິ່ງ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳນຳພາຂອງ ພັກຄອມມູນິດ ຫວຽດນາມ.

        ບັນດາການນຳຂັ້ນສູງຂອງ ຈີນ ເຊື່ອໝັ້ນວ່າ ຫວຽດນາມ ຈະກ້າວເດີນຢ່າງໝັ້ນແກ່ນໃນເສັ້ນທາງຂຶ້ນສູ່ສັງຄົມນິຍົມ ໃຫ້ສອດຄ່ອງກັບສະພາບການໃໝ່ຂອງ ຫວຽດນາມ.

        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ສະແດງຄວາມລໍຄອຍການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໃນລະຫວ່າງວັນທີ 10 – 11 ກັນຍາ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ