ການ​ນຳ​ຝ​ລັ່ງ, ເຢຍ​ລະ​ມັນ​ເລັ່ງ​ທ່ວງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ລັດ​ເຊຍ

(VOVWORLD) -ວັນທີ 15 ທັນວາ, ບັນດາການນຳຝລັ່ງ ແລະ ເຢຍລະມັນ ໄດ້ຮຽກຮ້ອງໃຫ້ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ໃນຂະນະທີ່ທ່ານປະທານາທິບໍດີ ຢູ່ແກຼນ Vladimir Zelensky ສະແດງ ໃຫ້ເຫັນວ່າ Kiev ກຽມພ້ອມໃຫ້ແກ່ການເຈລະຈາ ບໍ່ວ່າ ຕາມກົນໄກໃດ.

ການ​ນຳ​ຝ​ລັ່ງ, ເຢຍ​ລະ​ມັນ​ເລັ່ງ​ທ່ວງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ຢູ່ແກຼນ Vladimir Zelensky  (ພາບ: AFP/TTXVN)

ທ່ານປະທານາທິບໍດີ Zelensky ໄດ້ຍົກອອກຖະແຫຼງການດັ່ງກ່າວຢູ່ການພົບປະກັບຄູ່ຮ່ວມຕຳແໜ່ງຝລັ່ງ ທ່ານ Emmanuel Macron ພ້ອມກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholzx ທີ່ດຳເນີນຢູ່ນອກກອງປະຊຸມສຸດຍອດ ສະຫະພາບ ເອີລົບ (EU) ຢູ່ Brussels ປະເທດ ແບນຊິກ. ການພົບປະຄັ້ງນີ້ ໄດ້ສຸມໃສ່ການຊອກຫາວິທີເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ເພື່ອແນໃສ່ແກ້ໄຂບັນຫາ ຢູແກຼນ.

ໃນຂະນະນັ້ນ, ບັນດາການນຳລັດເຊຍ ແລະ ຝລັ່ງ ກໍ່ຮຽກຮ້ອງໃຫ້ເຊື່ອມຕໍ່ການເຈລະຈາກັບລັດເຊຍ. ຫ້ອງວ່າການປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ທີ່ການພົບປະ, ບັນດາຝ່າຍລ້ວນແຕ່ເຫັນດີເປັນເອກະພາບກ່ຽວກັບການຊອກຫາວິທີເຊື່ອມຕໍ່ການເຈລະຈາຕາມຮູບແບບ Normandy ກັບລັດເຊຍ ເຊິ່ງ ມົດສະກູ ກໍ່ແມ່ນໜຶ່ງໃນບັນດາຝ່າຍເຂົ້າຮ່ວມການເຈລະຈາຕາມຮູບແບບນີ້. ບັນດາການນຳກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ກັບຮູບການເຈລະຈານີ້ ເພື່ອສາມາດຊອກຫາວິທີທີ່ຍາວນານ ໃຫ້ແກ່ການປະທະກັນ ຢູ່ພາກຕາເວັນອອກ ຢູແກຼນ, ພ້ອມທັງຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ