ການນຳພັກ, ລັດ ຕ້ອນຮັບທ່ານນາຍົກ ລັດຖະມົນຕີຈີນ ຫຼີເຄີຊຽງ

ການນຳພັກ, ລັດ ຕ້ອນຮັບທ່ານນາຍົກ ລັດຖະມົນຕີຈີນ ຫຼີເຄີຊຽງ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​
​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ
(ພາບ: TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 14 ຕຸລາ, ຢູ້ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ເນັ້ນ​ໜັກ​​ວ່າ ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຈີນ ​ແມ່ນຊັບ​ສົມບັດ​ອັນ​ລ້ຳ​ຄ່າລວມຂອງ​ປະຊາຊົນ 2 ປະ​ເທດ, 2 ຝ່າຍ​ຄວນ​ຮັບຜິດຊອບ​ ຮ່ວມ​​ແຮງ​ຮ່ວມ​ໃຈຮັກສາ ​ແລະ ພັ​ດທະ​ນາ​ການ​ພົວພັນ​ນັ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຖື​​ເປັນ​ສຳຄັນ​ການ​ພັດທະນາ​ການພົວພັນ​ຖານ​ບ້ານ​ໄກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ພົບ​ປະ​, ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ສູງ, ລົງ​ເລິກ​ເຂົ້າ​ໃນ​ການຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງມີ​ປະສິດທິ​ຜົນ, ຊອກ​ຫາ​ບັນດາ​ມາດ​ຕະການລະອຽດ​​ເພື່ອ​ແກ້​ໄຂ​ບັນດາບັນຫາ​ຍັງ​ຄົງ​ຂ້າງຢ່າງ​​ເໝາະ​ສົມ ຜ່ານ​ການ​ເຈລະຈາ​ສັນຕິພາບ ບົນ​ພື້ນຖານ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳຂັ້ນ​ສູງ 2 ປະ​ເທດ.

        ສ່ວນ​ທ່ານ​ນາຍົກລັດຖະມົນຕີຈີ​ນ ຫຼີ​ເຄີ​ຊຽງ ຢືນຢັນ​ວ່າ ຍາມ​ໃດພັກ, ລັດຖະບານ​ຈີນ ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດທະສາດ​ຮອບດ້ານ​ກັບ​ຫວຽດນາມ; ໝັ້ນ​ໝາຍ ຈະ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ສືບ​ຕໍ່​ປັບປຸງ ​ແລະ ນຳ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຈີນ​ - ຫວຽດນາມ ​ໃຫ້​ພັດທະນາ​ຢ່າງ​ຕັ້ງໜ້າ, ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ການນຳພັກ, ລັດ ຕ້ອນຮັບທ່ານນາຍົກ ລັດຖະມົນຕີຈີນ ຫຼີເຄີຊຽງ - ảnh 2
ທ່ານປະທານປະເທດ ເຈືອງເຕີນຊາງ
ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ
(ພາບ: TTXVN)

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 14/10, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ເນັ້ນ​ໜັກ​ບາງ​ມາດ​ຕະການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ​ໃນ​ໄລຍະ​ຈະ​ມາ​ເຖິງ​ເລິກ​ເຊິ່ງ​ກວ່າອີກ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ດຳ​ເນີນ​ການ​ຢ້ຽມຢາມ, ພົບ​ປະລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນສອງ​ປະ​ເທດ​ເປັນ​ປະຈຳ, ສົມທົບ​ກັນ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ​ເປັນ​ຢ່າງ​ດີ. ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ ຊີ້​ແຈ້ງວ່າ, ສອງ​ຝ່າຍ​ຄວນ​ຄວບ​ຄູ​ມສະພາບ​ການ​ໃຫ້​ດີ, ​ເດັດ​ດຽວ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ສັນຕິ​ວິທີ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ຊຸກ​ຍູ້​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ອ່າວ​ພາກ​ເໜືອ  ​ເພື່ອ​ບັນລຸ​ຄວາມ​ຄື​ບໜ້າ​ໃນ​ບັນຫາ​ແບ່ງ​ກຳນົດ ​ແລະ ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ໃນ​ເຂດ​ນີ້. ຫວຽດນາມ ​ແລະ ຈີນ​ຄວນ​ຕັ້ງໜ້າຊອກ​ຫາມາດ​ຕະການ​ແກ້​ໄຂ​ທີ່​ມີ​ລັກສະນະ​ຂ້າມ​ຜ່ານ ​ເຊິ່ງທັງ​ສອງ​ຝ່າຍ​ສາມາດ​ຮັບ​ຮູ້​ໄດ້ ​ແຕ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຫຼັກ​ໝັ້ນ​ຂອງ​ແຕ່ລະ​ຝ່າຍ. ສ່ວນນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ ກໍ່​ຢືນຢັນ​ວ່າ ພັກ, ລັດ ​ຈີນ ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອນ​ຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ, ພ້ອມ​ທັງ​ນັ້ນ​ໜັກ​ວ່າ, ບັນດາ​ເນື້ອ​ໃນ​ເຊິ່ງທັງ​ສອງ​ຝ່າຍ​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີ​ນ ພັດທະນາ​ຢ່າງ​ຈົບງາມ ​ແລະ ໝັ້ນຄົງ.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽງ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ​ພັກ, ລັດຖະບານ​ຫວຽດນາມ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ຂໍ້​ມູນ ​ແລະ ບົດຮຽນ​ຢ່າງ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ກໍ່​ຄື​ເພີ່ມ​ທະວີ​ການ​ສົບ​ທົບ​ກັນ​ໃນ​ເວທີ​ປາ​ໄສ​ສະພາ​ແຫ່ງ​ຊາດ​ຂອງ​ພາກ​ພື້ນ ​ແລະ ສາກົນ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

 


ຂ່າວ/ບົດ​ອື່ນ