ການ​ນຳ​ພັກ, ລັດ ຕ້ອນ​ຮັບ​ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ ມາ​ຢ້ຽມ​ຢາມ ຫວຍດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ

(VOVWORLD) - ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ
ການ​ນຳ​ພັກ, ລັດ ຕ້ອນ​ຮັບ​ບັນ​ດາ​ຄະ​ນະ​ທູ​ຕາ​ນຸ​ທູດ ມາ​ຢ້ຽມ​ຢາມ ຫວຍດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania (ພາບ: VOV)

ວັນທີ 30 ເມສາ, ຢູ່ທຳນຽບ ໂດກເລິບ (ນະຄອນ ໂຮ່ຈີມິນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mahmoud Thabit Kombo ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມື ອາບຟຼິກກາຕາເວັນອອກ, Tanzania ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນລະຫວ່າງວັນທີ 27 – 30 ເມສາ.

ເມື່ອແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ມີການພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງກວ່າ, ທ່ານນາຍົກລັດຖະມົນຕີ ສະເໜີ Tanzania ຈະເປີດສະຖານທູດປະຈຳ ຫວຽດນາມ ໂດຍໄວ. ສ່ວນທ່ານ Mahmoud Thabit Kombo ໄດ້ສະແດງຄວາມປະທັບໃຈຕໍ່ສານຢ່າງແຮງຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ພິທີສະເຫຼີມສະຫຼອງກ່ຽວກັບການພັດທະນາຂອງ ຫວຽດນາມ ໃນອະນາຄົດ ແລະ ບັນດາຄຳໝັ້ນສັນຍາຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບປະຊາຄົມສາກົນ.

ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ Nicaragua, Vandrack Jaenschke.

ຕອບກັບ

ຂ່າວ/ບົດ​ອື່ນ