ການນຳພັກ, ລັດ ຖະຫວາຍທູບທຽນໄຫວ້ອາໄລນັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ດ້ຽນບຽນຝູ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໝັ້ນໝາຍຈະດຳລົງຊີວິດ, ຕໍ່ສູ້, ຮ່ຳຮຽນຕາມແບບຢ່າງປະທານ ໂຮ່ຈີມິນ, ເສີມຂະຫຍາຍມູນເຊື້ອ ດ້ຽນບຽນຝູ ວິລະຊົນ...
ການນຳພັກ, ລັດ ຖະຫວາຍທູບທຽນໄຫວ້ອາໄລນັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ດ້ຽນບຽນຝູ - ảnh 1ການນຳພັກ, ລັດ ຖະຫວາຍທູບທຽນໄຫວ້ອາໄລນັກວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ດ້ຽນບຽນຝູ
(ພາບ:VOV)

ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ນະຄອນ ດ້ຽນບຽນຝູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນ ການນຳພັກ, ລັດ, ບັນດາການນຳ, ອະດີດການນຳພັກ, ລັດ ແລະ ແຂວງ ດ້ຽນບຽນ, ໄດ້ວາງພວງມາລາ, ຖະຫວາຍທູບທຽນໄຫວ້ອາໄລບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຊີວິດໃນບັ້ນຮົບ ດ້ຽນບຽນຝູ, ເພື່ອພາລະກິດປົດປ່ອຍຊາດ, ຍາດເອົາເອກະລາດ, ຄວາມເສລີມາໃຫ້ແກ່ປະເທດຊາດ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາການນຳພັກ, ລັດ ໄດ້ສະຫງວນເວລາໜຶ່ງນາທີເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານ ໂຮ່ຈີມິນ, ອາໄລຫາພົນເອກ ຫວໍງວຽນຢາບ, ພ້ອມກັບພະນັກງານ, ນັກຮົບ, ຊາວໜຸ່ມປະຈັນບານ, ເກັນແຮງງານຮັບໃຊ້ສະໜາມຮົບ, ກອງທັບ ແລະ ປະຊາຊົນໃນທົ່ວປະເທດທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອສ້າງໄຊຊະນະດ້ຽນບຽນຝູ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນໝັ້ນໝາຍຈະດຳລົງຊີວິດ, ຕໍ່ສູ້, ຮ່ຳຮຽນຕາມແບບຢ່າງປະທານ ໂຮ່ຈີມິນ, ເສີມຂະຫຍາຍມູນເຊື້ອ ດ້ຽນບຽນຝູ ວິລະຊົນ, ສືບຕໍ່ມານະພະຍາຍາມພ້ອມກັບທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ, ນຳປະເທດໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ວັດທະນາຖາວອນ, ປະຊາຊົນມີຄວາມອິ່ມໜຳສຳລານ ສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ