ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023

(VOVWORLD) -  ຕອນບ່າຍວັນທີ 21 ທັນວາ, ທ່ານນາງ ບຸ່ຍທິມິງຮວ່າຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ສຳນັກສັງຄະນາຍົກເຂດຊາວຄຼິດ ລອງຊວຽນ.
ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023 - ảnh 1ທ່ານນາງ ບຸ່ຍທິມິງຮວ່າຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ຢ້ຽມຢາມ, ອວຍພອນຢູ່ສຳນັກສັງຄະນາຍົກເຂດຊາວຄຼິດ ລອງຊວຽນ (ພາບ: VOV)

ຕອນບ່າຍວັນທີ 21 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດະວັນຈຽນ ໄດ້ໄປຢ້ຽມຢາມ, ອວຍພອນພໍ່ແມ່ປະຊາຊົນຊາວຄຼິດ ເນື່ອງໃນໂອກາດວັນບຸນຄຼິດສະມາດຢູ່ສຳນັກສັງຄະນາຍົກແຂວງ ກອນຕຸມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂດະວັນຈຽນ ກ່າວວ່າ:

        “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ  ຄຸນພໍ່ຫຼວງ, ນັກບວດຢູ່ເຂດຊາວຄຼິດ ຈະສືບຕໍ່ຂົນຂວາຍລະດົມກຳລັງໃຈພໍ່ແມ່ປະຊາຊົນຊາວຄຼິດ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຊຸມປີຜ່ານມາ. ສືບຕໍ່ປະກອບສ່ວນພ້ອມກັບອຳນາດການປົກຄອງ ຮ່ວມແຮງຮ່ວມໃຈປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ປະຕິບັດຖືກຕ້ອງຕາມຄຳສອນ, ຄຳພີຂອງພະເຈົ້າ, ຮັກຫອມປະເທດຊາດ, ເປັນພົນລະເມືອງທີ່ດີ ແລະ ເປັນແບບຢ່າງ”.

        ຕອນບ່າຍໃນວັນດຽວກັນ, ທ່ານນາງ ບຸ່ຍທິມິງຮວ່າຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ສຳນັກສັງຄະນາຍົກເຂດຊາວຄຼິດ ລອງຊວຽນ.

        ກໍໃນວັນທີ 21 ທັນວາ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ກໍ່ໄດ້ໄປຢ້ຽມຢາມສຳນັກສັງຄະນາຍົກນະຄອນໂຮ່ຈີມິນ ເນື່ອງໃນໂອກາດວັນບຸນຄຼິດສະມາດ 2022 ແລະ ປີໃໝ່ສາກົນ 2023 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ