ການນຳພັກ, ລັດ ອວຍພອນວັນຊາດ ຈີນ ຄົບຮອບ 69 ປີ

(VOVWORLD) - ຕອນເຊົ້າວັນທີ 30 ກັນຍາ, ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ປະຊາຊົນ ຈີນ (01/10/1949 – 01/10/2018),

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາງ ດັ້ງທິງອັກທິ້ງ ຮັກສາການປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີລັດຖະບານ ຫຼີເຄີຊຽນ, ທ່ານປະທານສະພາແຫ່ງຊາດ ລີຈານຊູ.

       ເນື້ອໃນສານອວຍພອນທີຕອນຂຽນວ່າ: ການນຳພັກ ແລະ ລັດ ຫວຽດນາມ ອວຍພອນບັນດາຜົນງານ ຊຶ່ງປະຊາຊົນ ຈີນ ບັນລຸໄດ້ໃນ 69 ປີຜ່ານມາ; ແລະ ເຊື່ອໝັ້ນວ່າ ປະຊາຊົນ ຈີນ ຈະປະຕິບັດບັນດາໜ້າທີ່ໂດຍກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ ວາງອອກຢ່າງປະສົບຜົນສຳເລັດ, ປະຕິບັດເປົ້າໝາຍສ້າງສັງຄົມຮອບດ້ານອຸດົມຮັ່ງມີໂດຍໄວ ແລະ ສ້າງສາປະເທດ ຈີນ ກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍສົດງົດງາມ, ປະກອບສ່ວນຢ່າງແທດຈິງໃຫ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ. ການນຳພັກ ແລະ ລັດ ຫວຽດນາມ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມສະເໝີ້ຕົ້ນສະເໝີປາຍຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຈີນ.

       ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ສົ່ງສານອວຍພອນເຖິງທ່ານກຳມະການລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ.

ຕອບກັບ

ຂ່າວ/ບົດ​ອື່ນ