ການນຳພັກ, ລັດ ໃຫ້ການຕ້ອນຮັບຮອງ ປະທານປະເທດ ສປປ ລາວ

ການນຳພັກ, ລັດ ໃຫ້ການຕ້ອນຮັບຮອງ ປະທານປະເທດ ສປປ ລາວ - ảnh 1
ທ່ານປະທານປະເທດ Truong Tan Sang ໃຫ້ການຕ້ອນຮັບ ຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າ​ຍວັນ​ທີ 18/7, ຢູ່​ສຳ​ນັກ​ງານສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ ​ແລະ ລັດ ລາວ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຢືນຢັນ​ວ່າ: ​ໃນບໍ່​ວ່າ​​ສະພາບ​ກາ​ນ​ໃດ, ຫວຽດນາມ ກໍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ ລາວ ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດຫວຽດນາມ - ລາວ ​ໃຫ້ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ແລະ ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ​້ການ​ຕ້ອນຮັບ​ ທ່ານ ບຸນ​ຍັງ ວໍ​ລິ​ຈິດ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູ​ນກາງພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ປະທານ​ປະ​ເທດ​ ສປປ ລາວ ດ້ວຍ​ບັນຍາກາດ​ອັນ​ອົບ​ອຸ່ນ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ແລະ 50 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູ​ດຫວຽດນາມ - ລາວ. ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ: ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຂອງ​ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຍົກ​ສູງ​ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ 2 ປະ​ເທດ ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ຍາມ​ໃດ ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ, ຖື​ນີ້​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຄວນ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ສືບ​ທອດ​ຮອດ​ເສັ່ນ​ລູກ​ເສັ່ນ​ຫຼານ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ໃຫ້ການ​ຕ້ອນຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ ລາວ ​ໂດຍ​ທ່ານ​ຮອງ​ປະທານ​ປະ​ເທດ ສປປ ລາວ ນຳ​ໜ້າ.

 

ຂ່າວ/ບົດ​ອື່ນ