ການ​ນຳ​ພັກ, ລັດ​ຖະ​ບານ​ຫວຽດ​ນາມ​​ສົ່ງ​​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ

(VOVWORLD) - ໃນຈົດໝາຍອວຍພອນສະບັບຕ່າງໆ, ບັນດາການນຳຫວຽດນາມລ້ວນແຕ່ຕີລາຄາສູງຕໍ່ບັນດາຜົນງານສຳຄັນທີ່ສອງປະເທດບັນລຸໄດ້ໃນການພົວພັນ ໃນໄລຍະ 45 ປີທີ່ຜ່ານມາ, ບົນພື້ນຖານສອງຝ່າຍ ແລະ ທັງໃນຂອບເຂດອາຊຽນ.

ການ​ນຳ​ພັກ, ລັດ​ຖະ​ບານ​ຫວຽດ​ນາມ​​ສົ່ງ​​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ - ảnh 1ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Win Myint ປະທານາທິບໍດີ ມຽນມາ 

ວັນທີ  28 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດສະຫະພັນ ມຽນມາ (28 ພຶດສະພາ 1975 – 28 ພຶດສະພາ 2020), ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ Win Myint ປະທານາທິບໍດີ ມຽນມາ.

ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ ເຖິງທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ.

        ໃນຈົດໝາຍອວຍພອນສະບັບຕ່າງໆ, ບັນດາການນຳຫວຽດນາມລ້ວນແຕ່ຕີລາຄາສູງຕໍ່ບັນດາຜົນງານສຳຄັນທີ່ສອງປະເທດບັນລຸໄດ້ໃນການພົວພັນ ໃນໄລຍະ 45 ປີທີ່ຜ່ານມາ, ບົນພື້ນຖານສອງຝ່າຍ ແລະ ທັງໃນຂອບເຂດອາຊຽນ. ບັນດາການນຳ ໄດ້ສະແດງຄວາມເຊື່ອໝັ້ນ ຕໍ່ຄວາມມາພະພະຍາຍາມລວມຂອງລັດຖະບານ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຮອບດ້ານຫວຽດນາມ - ມຽນມາ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ, ພ້ອມກັນນັ້ນກໍ່ຕັ້ງໜ້າປະກອບສ່ວນໃຫ້ແກ່ປະຊາຄົມ ອາຊຽນ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດຖະນາຖາວອນຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ