ການ​ນຳ​ພັກ, ລັດ​ຫວຽດ​ນາມຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ

ການ​ນຳ​ພັກ, ລັດ​ຫວຽດ​ນາມຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
(ທ່ານປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​
ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ)


​​(vovworld) -ທີ່​ການ​ຕ້ອນ​ຮັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ເມື່ອ​ວັນ​ທີ 7/8 ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິການ​ໃຫຍ່ ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸຈ້ອງ ໄດ້​ຊົມ​ເຊີຍ​ໝາກ​ຜົນ​ບັນ​ດາ​ການ​ເຈ​ລະ​ຈາ, ພົບ​ປະ​ຂອງ​ການ​ນຳ​ຫວຽດ​ນາມ​ກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ຊຶ່ງ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ 2 ຝ່າຍ​ສືບ​ຕໍ່​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ, ຈາກນັ້ນ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ເລ​ຂາ​ທິການ​ໃຫຍ່ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸຈ້ອງຮັບ​ຮູ້​ກ່ຽວ​ກັບ​ຄວ​າມ​ພະ​ຍາ​ຍາມ ແລະ ເຈດ​ຕະ​ນາ​ດີ, ຈິດ​ໃຈ​ສ້າງ​ສັນ​ຂອງ 2 ຄະ​ນະ​ນັກ​ເຈ​ລະ​ຈາ​ຫວຽດ​ນາມ-ອາ​ເມ​ລິ​ກາ​ກ່ຽວ​ກັບ​ສັນ​ຍາ TPP. ທ່ານ​ຢືນ​ຢັນ​ວ່າ ຫວຽດ​ນາມ​ຈະ​ສືບ​ຕໍ່​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ອາ​ເມ​ລິ​ກາ ແລະ ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ ແນ​ໃສ່​ສຳ​ເລັດ​ສັນ​ຍາ​ນີ້​ໂດຍ​ໄວ.  ກ່ອນ​ໜ້ານັ້ນ​ໃນຕອນ​ເຊົ້າ​ວັນ​ທີ 07/08, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ​​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ເປັນ​ປົກ​ກະຕິ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນວ່າ ຫວຽດນາມ ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ຖື​ວ່າ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ​ໄດ້​ສະ​ແດງ​ອອກ​ຜ່ານ​ບັນດາ​ຂໍ້​ຕົກລົງ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມຢາມ​​​ອາ​ເມ​ລິ​ກາ ຂອງປະທານ​ປະ​ເທດ​ເມື່​ອປີ 2013 ​ແລະ ຫວ່າງ​ແລ້ວ​ນີ້​ແມ່ນ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ດ້ວຍ​ຖະ​ແຫຼ​ງການ​ວິ​ໄສ​ທັດ​ຮ່ວມລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ບັນຫາ​ທະ​ເລຕາ​ເວັນ​ອອກ, ທ່ານ​ປະທານ​ປະ​ເທດ ​ໄດ້​ຊົມ​ເຊີຍທ່າ​ທີ່ ​ແລະ ຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ ​ແລະ ກຸ່ມ ຈີ 7 ​ໃນ​ການ​​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ​ຄື​ໄດ້​ສະ​ໜັບສະ​ໜູນ​ທັດສະ​ນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນ​ຫາ​ນີ້. ສິ່ງ​ນີ້​ໄດ້​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ.

        ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ John Kerry ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ​ປະ​ເທດ​ຊາບ ກ່ຽວ​ກັບ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມທີ່​ຫາ​ກໍ​ບັນລຸ​ໄດ້​ລະຫວ່າງ​ປ​ະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງຢູ່​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ, ກ່າວ​ປະ​ນາມ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຖົມ​ດິນ​ເປັນເກາະຫວ່າງ​ມໍ່ໆ​ມາ​ນີ້, ພ້ອມທັງ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ເຄົາລົບ​ບັນດາ​ຫຼັກການ​ນິຕິ​ທຳ ​ແລະ ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ