ການນຳພັກ, ລັດໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນໂຮ່ຈີມິນ.
ການນຳພັກ, ລັດໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນປີໃໝ່ຢູ່ທ້ອງຖິ່ນຕ່າງໆ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ມອບຂອງຂວັນບຸນເຕັດໃນບໍລິເວນນະຄອນໂຮ່ຈີມິນ
(ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ວັນທີ 5 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ພ້ອມກັບບັນດານັກອຸປະຖຳໄດ້ໄປມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາກຳລັງຫຼັກແຫຼ່ງໃນບໍລິເວນເມືອງ ເກີ່ນຢວກ, ແຂວງ ລອງອານ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ພ້ອມກັບບັນດານັກອຸປະຖຳໄດ້ມອບຂອງຂວັນ 500 ພູດທີ່ມີມູນຄ່າປະມານ 500 ລ້ານດົ່ງ ໃຫ້ແມ່ຫວຽດນາມ ວິລະຊົນ, ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບ - ຄວາມເປັນລະບຽບຮຽບຮ້ອຍໃນໂອກາດບຸນເຕັດປະຈຳຊາດ.

        ແລະກໍ່ໃນວັນດຽວກັນ, ທ່ານ ເຈິ່ນກ໊ວກເວື້ອງ, ອະດີດຜູ້ປະຈຳການຄະນະເລຂາ, ສະມາຊິກສະພາແຫ່ງຊາດຊຸດທີ 14 ແຂວງ ອຽນບ໊າຍ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວທຸກຍາກເປັນພິເສດ ແລະ ຄອບຄົວນະໂຍບາຍຂອງເມືອງ ອຽນບິ່ງ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 04 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າ ຈຳ ແລະ ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສົ່ງຄຳອວຍພອນໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າຈຳ ຈົ່ງຕ້ອນຮັບບຸນເຕັດດ້ວຍຄວາມເບີກບ່ານມ່ວນຊື່ນ, ອົບອຸ່ນ; ລະດົມກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າຈຳ ຈົ່ງມານະພະຍາຍາມກວ່າອີກ ເພື່ອບືນຕົວຂຶ້ນໃນຊີວິດ, ປະກອບສ່ວນສ້າງສາປະເທດຊາດໃຫ້ມີຄວາມວັດທະນາຖາວອນ.

        ວັນທີ 04 ກຸມພາ, ທ່ານ ຫວໍວັນເທືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ 2 ເມືອງ ລອງແທັ່ງ ແລະ ເຍີນແຈກ, ແຂວງດົ່ງນາຍ; ມອບຂອງຂວັນບຸນເຕັດໃຫ້ 40 ຄອບຄົວນະໂຍບາຍ, ຄອບຄົວປະສົບບກັບຄວາມຫຍຸ້ງຍາກຢູ່ 2 ເມືອງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ