ການນຳພັກCPPແລະCNRPຂອງກຳປູເຈຍປຶກສາຫາລືການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ

ການນຳພັກCPPແລະCNRPຂອງກຳປູເຈຍປຶກສາຫາລືການປັບປຸງກົດໝາຍວ່າດ້ວຍການເລືອກຕັ້ງ - ảnh 1
ການ​ນຳ​ພັກ CPPແລະ ການ​ນຳ ພັກ CNRP

(vovworld)-  ​ຕອນ​ຄ່ຳ​ວ​ັນ​ທີ 23/9 ຢູ່​ສຳ​ນ​ັກ​ງານ​ສະ​ພ​າ​ແຫ່ງ​ຊາດ ກຳ​ປູ​ເຈຍ, ການ​ນຳ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ CPP ກວມ​ສ່ວນ​ຫລາຍ​ໃນ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ການ​ປະ​ຊຸມ​ກັບ​ການ​ນຳພັກ​ກູ້​ຊາດ​ CNRP ກວມ​ສ່ວນ​ຫນ້ອຍ​ໃນ​ສະ​ພາ​ແຫ່ງ​ຊາດ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ກະ​ກຽມ​ໃຫ້​ການ​ເລືອກ​ຕັ້ງ​ສະ​ພາ​ຕາ​ແສງ ປີ 2017. ຕາມ​ວົງ​ກາ​ນ​ນັກ​ໄຈ້​ແຍກ​ແລ້ວ, ການ​ພົບ​ປະ​ໃນ​ວັນ​ທີ 23/9 ເຖິງວ່າບໍ່​ບັນ​ລຸ​ໝາກ​ຜົນ​ດີ​ປານ​ໃດ​ກ່ຽວ​ກັບ​ເນື້ອ​ໃນ ແຕ່​ພັດ​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ສັນ​ຍາ​ລັກ​ໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ “ວັດ​ທະ​ນະ​ທຳ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ພັກ”. ກ່ອ​ນ​ຫນ້ານັ້ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ປະ​ທານ​ພັກ CPP ແລະ ປະ​ທານ ພັກ CNRP Sam Rainsy ໄດ້​ໝັ້ນ​ໝາຍ: ສອງ​ພັກ ຈະ​ສືບ​ຕໍ່​ຮ່ວມ​ມື​ນຳ​ກັນ​​ເປັນ​ຢ່າງ​ດີ ຜ່ານ “ວັດ​ທະ​ນະ​ທຳ​ການໂອ້​ລົມ​ສົນ​ທະ​ນາ”.

ຂ່າວ/ບົດ​ອື່ນ