ການ​ນຳ​ພັກ​ກອມ​ມູ​ນິດ ເຊັກ​ໂກ ແລະ ໂມ​ຣາ​ເວຍ ​ສົ່ງ​ສານອວຍ​ພອນ​ໄປ​ຍັງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ

(VOVWORLD) -ເນື່ອງໃນໂອກາດທ່ານ ຫງວຽນຝຸຈ້ອງ ສືບຕໍ່ໄດ້ຮັບການ ເລືອກຕັ້ງ ດຳລົງຕຳແໜ່ງເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ອາຍຸດການ 2021 – 2025, ທ່ານ Vojtech Filip ປະທານພັກກອມມູນິດ ເຊັກໂກ ແລະ ໂມຣາເວຍ ໄດ້ສົ່ງສານອວຍພອນໄປຍັງທ່ານ ເລຂາທິການໃຫຍ່ ຫງວຽນຝຸຈ້ອງ.
ການ​ນຳ​ພັກ​ກອມ​ມູ​ນິດ ເຊັກ​ໂກ ແລະ ໂມ​ຣາ​ເວຍ ​ສົ່ງ​ສານອວຍ​ພອນ​ໄປ​ຍັງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ (ພາບ: VGP)

ສານອວຍພອນໄດ້ຢັ້ງຢືນວ່າ ສ.ເຊັກໂກຍາມໃດກໍ່ຖືການພົວພັນທີ່ເປັນມູນເຊື້ອແບບມິດຕະພາບ, ຍາວນານ ລະຫວ່າງສອງພັກ, ສອງລັດ ເປັນສຳຄັນ. ທ່ານ Vojtech Filip ໄດ້ເນັ້ນໜັກວ່າ ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ, ຫວຽດນາມບັນລຸໄດ້ຜົນງານຍິ່ງຫຼາຍຢ່າງ ແລະ ມີບາດກ້າວພັດທະນາຢ່າງແຮງ. ແນວທາງຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນຜ່ານບັນດາຜົນງານພັດທະນາເສດຖະກິດ, ນະໂຍບາຍສັງຄົມ ແລະ ບັນລຸອິດທິພົນຊື່ສຽງສູງໃນເວທີສາກົນ, ໄດ້ຮັບຖືວ່າ ແມ່ນປັດໄຈຮັບປະກັນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືຢ່າງຮອບດ້ານຢູ່ອາຊີຕາເວັນອອກສ່ຽງໃຕ້.

        ທ່ານ Vojtech Filip ໄດ້ຕີລາຄາສູງການພົວພັນມິດຕະພາບລະຫວ່າງສອງພັກ, ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ການຮ່ວມມືລະຫວ່າງ ສອງພັກຈະປະກອບສ່ວນສ້າງການພັດທະນາຢ່າງຮອບດ້ານໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ພິເສດແມ່ນໃນຂົງເຂດເສດຖະກິດ.

        ຫ໋າຍດັງ, ນັກຂ່າວ VOV ປະຈຳ ສ.ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ