ການນຳພັກ,ລັດຖະຫວາຍທູບທຽນອາໄລຫານັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ

ການນຳພັກ,ລັດຖະຫວາຍທູບທຽນອາໄລຫານັກກະວີຜູ້ຍິ່ງໃຫຍ່ຫງວຽນຢູ - ảnh 1
ການນຳພັກ,ລັດຖະຫວາຍທູບທຽນອາໄລຫາ
ນັກກະວີຜູ້ຍິ່ງໃຫຍ່ ອຫງວຽນຢູ
(ພາບ: ອິນເຕີແນັດ)

(vovworld) – ​ ​ ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 250 ​​ປີແຫ່ງ​ວັນຄ້າຍ​ວັນ​ເກີດ ​ແລະ ​ເຊີດ​ຊູ​ນັກ​ວັດທະນະທຳ​ທີ່​ມີ​ຊື່​ສຽງ​ສາກົນ - ນັກ​ກະວີຜູ້​ຍິ່ງ​ໃຫຍ່ ຫງວຽນ​ຢູ, ​ໃນ​ຕອນ​​ແລງວັນ​ທີ 5/12, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ການສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ຂອງ ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ ທ່ານນາງ Katherine Muller Marin, ພ້ອມ​ກັບ​ການ​ນຳ​ພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງ​ການ…​​ໄດ້ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ຢູ່ສຸສານ ​ແລະ ​ຫໍ​ບູຊານັກ​ກະວີ​ຜູ້​ຍິ່ງໃຫຍ່ ຫງວຽນ​ຢູ ຢູ່​ຕາ​ແສງ ຕຽນ​ດ່ຽນ, ​ເມືອງ ງີຊວນ ​ແຂວງ ຮ່າ​ຕິງ. ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ພັກ, ລັດ ​ກໍ່ໄປ​ຢ້ຽມຢາມ​ບັນດາ​ວັດຖຸ​ພັນ​ທີ່​ວາງສະ​ແດງ​ໃນ​ເຂດ​ອະນຸສອນ​ສະຖານ ​ແລະ ຮັບ​ຟັງ​ແນະນຳ​ບັນດາ​ຈຸດ​ຕົ້ນຕໍ​ກ່ຽວ​ກັບ​ຊີວິດ, ພາລະກິດ​ຂອງ​ນັກ​ກະວີ​ຜູ້​ຍິ່ງໃຫຍ່ ຫງວຽນ​ຢູ;

ຂ່າວ/ບົດ​ອື່ນ