ການນຳພັກລັດເຂົ້າຮ່ວມພິທີພົບປະສັງສັນກັບສະມາຊິກສະພາແຫ່ງຊາດຮ່າໂນ້ຍຜ່ານໄລຍະຕ່າງໆ

ການນຳພັກລັດເຂົ້າຮ່ວມພິທີພົບປະສັງສັນກັບສະມາຊິກສະພາແຫ່ງຊາດຮ່າໂນ້ຍຜ່ານໄລຍະຕ່າງໆ - ảnh 1
( ​ການ​ພົບ​ປະ​ສັງ​ສັນ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ
ຮ່າ​ໂນ້ຍ ຜ່ານ​ໄລຍະ​ຕ່າງໆ)


(vovworld) – ຕອນ​ເຊົ້າ​ວັນ​ທີ 3/1, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ສະມາຊິກ​ສະພາ​ແຫ່ງ​ຊາດ ຮ່າ​ໂນ້ຍ ຜ່ານ​ໄລຍະ​ຕ່າງໆ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຕັ້ງ​ທຳ​ອິດ​ ​ເພື່ອເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ. ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສັງ​ສັນ​​ ມີ​ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ ຫງວຽນ​ຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ພ້ອມ​ກັບ​ບັນດາ​ການ​ນຳ, ອະດີ​ດການ​ນຳ​ພັກ, ລັດ ​​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ​ແຕ່​ຊຸດ​ທີ 1 ​ເຖິງ ຊຸດ​ທີ 13.

        ທີ່​ການ​ພົບ​ປະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ​​່ງ ​ໄດ້​ຂອບ​ອົກ​ຂອບ​ໃຈ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນສະມາຊິກ​ສະພາ​ແຫ່ງ ຮ່າ​ໂນ້ຍ ລຸ້ນຕ່າງໆ​ທີ່​ໄດ້​ມີ​ການ​ປະກອບສ່ວນ, ມີ​ກຳລັງ​ເຫື່ອ​ແຮງ​ອັນ​ໃຫຍ່​ຫລວງ​ໃນ​ການ​ສ້າງ​ພື້ນຖານ​ທຳ​ອິດ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຖື​ວ່າ: ​ໃນ​ຕະຫລອດ​ໄລຍະ​ພັດທະນາຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ອາຍຸ​ການ​ຊຸດ​ທີ 13, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ​ໄດ້​ເຮັດ​ລ້ອນໜ້າ​ທີ່​ດ້ານ​ການ​ເມືອງ​ຂອງ​ຕົນ, ປະຕິບັດ​ໜ້າ​ທີ​, ສິດ​ອຳນາດຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍເປັນ​ຢ່າງ​ດີ. ດ້ວຍ​ຈິດ​ໃຈ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ: ​ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ຈະ​ສືບ​ຕໍ່​ປະກອບສ່ວນຫລາຍ​ກ່ວາ​ອີກ​ເຂົ້າ​ພາລະ​ກິດ​ປ່ຽນ​ໃໝ່, ປັບປຸງ​ບົດບາດ​ທີ່​ຕັ້ງ​ພາລະ​ໜ້າ​ທີ່​ຂອງ​ສະພາ​ແຫ່ງ​ຊາດ, ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ນະຄອນຫລວງ​​ໃຫ້ນັບ​ມື້​ນັບ​ຮັ່ງມີເຂັ້ມ​ແຂງ, ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ