ການນຳຢູແກຼນ,ລັດເຊຍ ແລະເຢຍລະມັນ ປຶກສາຫາລືແຜນການ ສ້າງສັນຕິພາບຢູ່ພາກຕາເວັນອອກ


ການນຳຢູແກຼນ,ລັດເຊຍ ແລະເຢຍລະມັນ ປຶກສາຫາລືແຜນການ ສ້າງສັນຕິພາບຢູ່ພາກຕາເວັນອອກ - ảnh 1

ປະທານາທິບໍດີ​ລັດ​ເຊຍ V.Putin ​ແລະ ທ່ານ​ນາງ

​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel

(ພາບ: AP)

(vovworld)- ​ ​ວັນ​ທີ 12/6, ປະທານາທິບໍດີ​ຢູ​ແກຼນ ຄົນ​ໃໝ່ Petro Poroshenko ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ອ່ວຍ​ພອນ ປະທານາທິບໍດີ​ລັດ​ເຊຍ V.Putin ​ໃນ​ໂອກາດ​ວັນປະ​ເທດລັດ​ເຊຍ ​ແລະ ​ປຶກສາ​ຫາລື​ແຜນການ​ແກ້​ໄຂ​ສະພາບ​ການ​ຢູ່ ຢູ​ແກຼນຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ. ປະມຸກ​ລັດ​ສອງ​ທ່ານ​ໄດ້​ຍົກ​ອອກ​ແຜນການ​ລວມມີ​ບັນດາ​ບາດກ້າວ​ເດີນ​ລະອຽດ​ເພື່ອ​ຢຸດ​ຍິງ ​ແລະ ​ແກ້​ໄຂ​ສະພາບ​ການ​ດ້ວຍ​ເສັ້ນທາງ​ສັນຕິພາບ ກໍ່​ຄື​ບັນດາ​ມາດ​ຕະການ​ຕໍ່​ໄປ​ເພື່ອ​ສ້າງສັນ​ຕິ​ພາບຢູ່ ຢູ​ແກຼນຕາ​ເວັນ​ອອກ. ນອກຈາກ​ນັ້ນ​ແລ້ວ, ສອງ​ຝ່າຍ​ຍັງ​ປຶກສາ​ຫາລື​ບັນດາ​ບັນຫາ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ.

  ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ​ Petro Poroshenko ​​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ເພື່ອ​ປຶກສາ​ຫາລື​ບັນຫາ​ສົມທົບ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ຢູ່​ສອງ​ແຂວງ Donetsk ​ແລະ  Lugansk ຢູ່ ຢູ​ແກຼນຕາ​ເວັນ​ອອກ./.

 

ຕອບກັບ

ຂ່າວ/ບົດ​ອື່ນ