ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ ຢູ່ ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -ຕອນເຊົ້າວັນທີ 22 ມັງກອນ, ຢູ່ແຂວງບິ່ງທ້ວນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ 550 ພູດ ໃຫ້ຄອບຄົວ ນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຍ້ອນຜົນສະທ້ອນຂອງພະຍາດໂຄວິດ - 19. 
ການ​ນຳ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຢ້ຽມ​ຢາມ ແລະ ອວຍ​ພອນ​ບຸນ​ເຕັດ ຢູ່ ທ້ອງ​ຖິ່ນ​ຕ່າງໆ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກ
(ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນຄວາມຫຍຸ້ງຍາກລຳບາກຂອງປະຊາຊົນທ້ອງຖິ່ນ ໃນປີ 2021, ພ້ອມທັງສະເໜີໃຫ້ກຳມະບານແຂວງທຸກຂັ້ນສືບຕໍ່ເອົາໃຈໃສ່ເບິ່ງແຍງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ຊາວຜູ້ອອກແຮງງານ ໃຫ້ດີກ່ວາອີກ, ພິເສດແມ່ນ ເອົາໃຈໃສ່ຜູ້ທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19

ແລະ ກໍ່ໃນວັນດຽວກັນ, ໂດຍສືບຕໍ່ລາຍການຢ້ຽມຢາມ, ອວຍພອນບຸນເຕັດ ຢູ່ແຂວງ ກອນຕຸມ, ທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ກຳລັງທະຫານປ້ອງກັນຊາຍແດນ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ຕາແສງຊາຍແດນ ເປີອີ, ເມືອງງອກໂຮ່ຍ, ມອບຂອງຂວັນ 470 ພູດໃຫ້ຄອບຄົວທຸກຍາກ, ຄອບຄົວນະໂຍບາຍຢູ່ບໍລິເວນຕາແສງ.

ຕອບກັບ

ຂ່າວ/ບົດ​ອື່ນ