ການນຳລັດຖະບານເຮັກວຽກກັບສານປະຊາຊົນສູງສຸດ

(VOVWORLD) -ຕອນບ່າຍວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານກອງປະຊຸມລະຫວ່າງການນຳລັດຖະບານ ແລະ ບັນດາກະຊວງ, ຂະແໜງການຕ່າງໆ ກັບການນຳສານປະຊາຊົນສູງສຸດ ເພື່ອຕີລາຄາການປະຕິບັດມະຕິລະຫວ່າງຂະແໜງກ່ຽວກັບການສົມທົບວຽກງານລະຫວ່າງລັດຖະບານກັບຳສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ໃນການປະຕິບັດໜ້າທີ່, ສິດອຳນາດຂອງແຕ່ລະອົງການສຳນັກງານ ຕາມລະບຽບກົດໝາຍ
ການນຳລັດຖະບານເຮັກວຽກກັບສານປະຊາຊົນສູງສຸດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກທີ່ການເຮັດວຽກ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ : ສານປະຊາຊົນແມ່ນສູນກາງແຫ່ງການປະຕິຮູບທາງດ້ານຕຸລາການ ແລະ ໃນຕົວຈິງ, ການເຄື່ອນໄຫວຂອງສານປະຊາຊົນຂັ້ນຕ່າງໆໄດ້ມີບັນດາການຫັນປ່ຽນຕັ້ງໜ໊າ, ຍົກສູງອິດທິພົນຊື່ສຽງຂອງຂະແໜງສານ. ການເຄື່ອນໄຫວດຳເນີນຄະດີໄດ້ມີການປ່ຽນແປງໃໝ່ ແລະ ຄົບຊຸດ, ຍົກສູງລັກສະນະໂປ່ງໃສ, ເປີດເຜີຍ, ຍຸດຕິທຳ ແລະ ພຽງປະຕິບັດຕາມກົດໝາຍ; ພ້ອມທັງຮັບປະກັນການພິພາກສາຢ່າງຖືກຕ້ອງຕາມລະບຽບກົດໝາຍ, ປະກອບສ່ວນສຳຄັນເຂົ້າໃນການສະກັດກັ້ນ, ປັບໄໝລົງໂທດບັນດາການກະທຳຜິດຢ່າງເຂັ້ມງວດ.

     ກ່ຽວກັບທິດທາງລະອຽດເພື່ອຍູ້ແຮງການຮ່ວມມືລະຫວ່າງລັດຖະບານ ແລະ ສານປະຊາຊົນສູງສຸດໃນໄລຍະທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກສະເໜີ 2 ສຳນັກງານຈົ່ງປະຕິບັດລະບຽບການສົມທົບວຽກງານເປັນປະຈຳ, ຮັດກຸ່ມກ່ວາ, ໃນນັ້ນ ມີບັນຫາຍູ້ແຮງວຽກງານໄກ່ເກ່ຍໃນການແກ້ໄຂຄະດີແພ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ