ການນຳລັດຖະບານແລະສະພາແຫ່ງຊາດພົບປະກັບສະມາຊິກສະພາແຫ່ງຊາດຊຸດທີ14ເປັນຊາວເຜົ່າສ່ວນໜ້ອຍ

ການນຳລັດຖະບານແລະສະພາແຫ່ງຊາດພົບປະກັບສະມາຊິກສະພາແຫ່ງຊາດຊຸດທີ14ເປັນຊາວເຜົ່າສ່ວນໜ້ອຍ - ảnh 1
(ການນຳລັດຖະບານແລະສະພາແຫ່ງຊາດພົບປະກັບ
ສະມາຊິກສະພາແຫ່ງຊາດຊຸດທີ14ເປັນຊາວເຜົ່າສ່ວນໜ້ອຍ)


(vovworld)- ຕອນ​ບ່າຍ​ ວັນ​ທີ 28/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ແລະ ທ່ານ ນາງ ຫງວຽ​ນ​ທິ​ກີມ​ເງິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ໄດ້ມີ​ການ​ພົບ​ປະ​ສ້າງ​ສັນ​ກັບ​ບັ​ນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14 ທີ່ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ. ຕາ​ງ​ໜ້າ​ການ​ນຳ​ພັກ, ​ລັດ ​ທ່ານ ນາງ​ ຫງວຽນ​ທິ​ກີມ​ເງິນ ປະ​ທານສະ​ພາ​ແຫ່ງ​ຊາດ​ ​ຢືນ​ຢັນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ ພັກ ແລະ ລັດ ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍຮອ​ບ​ດ້ານ​ຫຼາຍ​ຢ່າງ ​ພິ​ເສດ​ແມ່ນ​ຮັບ​ປະ​ກັນ​ເງື່ອນ​ໄຂ​ ເພື່ອ​ໃຫ້​ບັນ​ດ​າ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ເສີມ​ຂະ​ຫຍາຍ​ກຳ​ລັງພາຍ​ໃນ, ຄວາມ​ສາ​ມັກ​ຄີ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ, ​ຕັດ​ສິນ​​ໃຈ​​ສ້າງສາ​ບ້ານ​ເກີດ​ເມືອງນອນ​ ໃຫ້​​ຮັ່ງ​ມີສວຍ​ງາມ. ທ່ານ ນາງ​ ຫງວຽນ​ທິ​ກີມ​ເງິນ ປະ​ທານສະ​ພາ​ແຫ່ງຊາດ ​ສະ​ເໜີບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ທີ່​ເປັນ​ຊ​າວ​ເຜົ່າ​ສ່ວນ​ໜ້ອຍ ​ເອົາ​ໃຈ​ໃສ່​ເຖິງ​ບາງ​ເນື້ອ​ໃນ​ຄື: ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 14, ສະ​ພາ​ແຫ່ງ​ຊາດ​ຈະ​ຫັນ ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​, ແນວ​ທາງ​ນະ​ໂຍ​ບາຍ​ ຂອງ​ພັກ​ລັດ, ລັດ​ຖະ​ທຳ​ມະ​ນູນ ປີ 2013 ໃຫ້​ກາຍ​ເປັນ​ບັນ​ດາ​ກົດ​ໝາຍ​ລະ​ອຽດ ​ເພື່ອ​ແກ້​ໄຂບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງຄົງ​ຄ້າງໂດຍ​ໄວ ແລະ ​ມີ​ປະ​ສິດ​ທິ​ຜົນ. ຊ່ວຍ​ໃຫ້​ບັນ​ດາ​ເຂດ​ຊົນ​ເ​ຜົ່າ​ສ່ວນ​ໜ້ອຍ​, ເຂດ​ພູ​ດອຍ ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໜັ້ນ​ຄົງ​, ເຊື່ອມ​ໂຍງ​​ເຂົ້າກັບ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ. ທ່ານ ນາງ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່ເປັນ​ຊາວ​ເຜົ່າ​ສ່ວນ​​ໜ້ອຍ ຍົກ​ສູງ​ຄວາມ​ຮັບ​ຜິດ​​ຊອບ, ການ​ເຂົ້າ​ຮ່ວມໃນ​​ການວາງ​ແຜນ​ນະ​ໂຍ​ບາຍຢ່າງຕັ້ງ​ໜ້າ, ສູ້​ຊົນ​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ຂອງສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ