ການນຳລັດຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄຕ້ທູບທຽນອາໄລຫາ2 ພະນາງຈຶງ |
(vovworld)- ວັນທີ 24/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 1975 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈຶງ ແລະ ໄຂງານບຸນວິຫານ 2 ພະນາງຈຶງປີ 2015 ຢູ່ວິຫານ2 ພະນາງຈຶງ ຊຶ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ ທີ່ເມືອງເມລີງ ນະຄອນຮ່າໂນ້ຍ. ກ່າວຄຳເຫັນທີ່ຢູ່ທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ເນັ້ນໜັກວ່າ :
“ ກ່ອນນີ້ 1975 ປີ, 2 ພະນາງຈຶງໄດ້ທຳການລຸກຮື້ຂຶ້ນ ຕີຂັບໄລສັດຕູຈາກທາງທິດເໜືອເຂົ້າມາຮຸກຮານ, ຍາດເອົາເອກະລາດແຫ່ງຊາດ. ໃນທຸກວັນນີ້, ໂດຍສືບທອດມູນເຊື້ອຮັກຊາດ ແລະ ເຈດຈຳນົງຕ້ານສັດຕູທີ່ອົງອາດກ້າແກ່ນ, ບັນດາບຸກຄົນຂອງຍຸກປະຈຸບັນ, ຕັດສິນໃຈສ້າງສາ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ”