ການນຳລັດເຊຍ,ຍີ່ປຸ່ນປຶກສາຫາລືບັນດາໂຄງການເສດຖະກິດລວມໃນບັນດາເກາະທີ່ມີຄວາມຂັດແຍ້ງກັນ

(VOVWORLD) -ວັນທີ 10 ກັນຍາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ມີການເຈລະຈາຢູ່ Vladivostok, ສະຫະພັນລັດເຊຍ, ໂດຍສຸມໃສ່ບັນດາການເຄື່ອນໄຫວດ້ານເສດຖະກິດລວມຢູ່ບັນດາເກາະທີ່ມີຄວາມຂັດແຍ້ງກັນ ເຊິ່ງລັດເຊຍ ເອີ້ນວ່າ Kuril ໃຕ້, ໃນຂະນະທີ່ຍີ່ປຸ່ນ ເອີ້ນວ່າ ເຂດດິນແດງທາງພາກເໜືອ.

ການນຳລັດເຊຍ,ຍີ່ປຸ່ນປຶກສາຫາລືບັນດາໂຄງການເສດຖະກິດລວມໃນບັນດາເກາະທີ່ມີຄວາມຂັດແຍ້ງກັນ - ảnh 1 ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: AFP/ TTXVN)

ກ່າວຄຳເຫັນທີ່ການພົບປະເຈລະຈາເຊິ່ງດຳເນີນຢູ່ນອກເວທີປາໄສເສດຖະກິດປະຈຳປີຢູ່ Vladivostok, ທ່ານປະທານາທິບໍດີລັດເຊຍ Vladimir Putin ຖະແຫຼງວ່າ “ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງຕໍ່ເນື່ອງ. ເປັນຄັ້ງທຳອິດ, ໃນການພົວພັນລວມມີທັງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ. ການພົວພັນໃນຂົງເຂດມະນຸດສະທຳກໍ່ພວມພັດທະນາ. ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາເຫດການວັດທະນະທຳໃຫຍ່ທີ່ບໍ່ເຄີຍມີມາກ່ອນຢູ່ລັດເຊຍ ແລະ ຍີ່ປຸ່ນ”.

        ໃນຂະນະນັ້ນ, ກ່າວຄຳເຫັນເປີດການພົບປະກັບທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Shinzo Abe ປາດຖະໜາຢາກປຶກສາຫລືກັບທ່ານປະທານາທິບໍດີ Vladimir Putin ກ່ຽວກັບສັນຍາສັນຕິພາບລະຫວ່າງຍີ່ປຸ່ນ ແລະ ລັດເຊຍ. ວົງການເຈົ້າໜ້າທີ່ຍີ່ປຸ່ນ ໃຫ້ຮູ້ວ່າ, ໃນການພົບປະເຈລະຈາ, ການນຳ 2 ທ່ານກໍ່ຈະປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີບັນຫາປອດນິວເຄຼຍຂອງສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ