ການນຳລາວຕີລາຄາສູງການຮ່ວມມືລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມກັບບັນດາກະຊວງຂອງລາວ

ການນຳລາວຕີລາຄາສູງການຮ່ວມມືລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມກັບບັນດາກະຊວງຂອງລາວ - ảnh 1
ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ ແຕ່​ວັນ​ທີິ 22 – 25/9, ຢູ່​ນະ​ຄອນຫຼວງ ວ​ຽງ​ຈັນ, ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງກ​ະ​ຊວງ​ອຸດ​ສາ​ຫ​ະ​ກຳ ການ​ຄ້າ ຫວຽດ​ນາມ ໂດຍ​ທ່ານ ລັດ​ຖະ​ມົນ​ຕີ ເຈີ່ນ​ຕ໋ວນ​ແອງ, ​ ເປັນ​ຫົວ​ໜ້າ​ຄະ​ນະ, ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສ​ົມ​ດີ ດວງ​ດີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ົມ​ດີ ດວງ​ດີ ໃຫ້​ຮູ້​ວ່າ ໄລ​ຍະ​ຜ່ານ​ມາ, ຫຼາຍ​ໂຄງ​ການ​ກ່ຽວ​ກັບ​ໄ​ຟ​ຟ້າ​ນ້ຳ​ຕົກ, ສາຍ​ສົ່​ງ​ໄ​ຟ​ຟ້າ ແລະ ຂຸດ​ຄົ້ນ​ບໍ່​ແຮ່​ຂອງ ຫວຽດ​ນາມ ຢູ່ ລາວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຕີ​ລ​າ​ຄາ​ສ​ູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ນັກ​ລົງ​ທຶນ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ລາວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສົມ​ດີ ດວງ​ດີ ສະ​ເໜີ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕ​ີ ເຈີ່ນ​ຕ​໋ວນ​ແອງ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເຂດ​ຊາຍ​ແດນ, ຕີ​ລາ​ຄາ​ສູງ​ຮູບ​ແບບ “ປະ​ຕູ​ດຽວ” ແລະ ຮຽກ​ຮ້ອງ​ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ​ກ່​ຽວ​ຂ້ອງ​ຂອງ 2 ປະ​ເທດ​ສະ​ຫລຸບ, ຄົ້​ນ​ຄ້​ວາ, ທະ​ວີ​ຄຸນ​ຮູບ​ແບບນີ້​ໂດຍ​ໄວ. ທ່ານກໍ່​ສະ​ເໜີ​ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ ເຈີ່ນ​ຕ໋ວນ​ແອງ ສືບ​ຕໍ່​ຊີ້​ນຳ​ຜັນ​ຂະ​ຫຍາຍ​​ໃຫ້ຖືກ​ກັບ​ຄວາມ​ຄືບ​ໜ້າ​​ຂອງບັນ​ດາ​ໂຄງ​ການ​ຂອງ ຫວຽດ​ນາມ ຢູ່​ລາວ.


ຂ່າວ/ບົດ​ອື່ນ