ການນຳສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນ ວັນບຸນວິສາຂະບູຊາ 2017


ການນຳສູນກາງແນວໂຮມປະເທດຊາດສົ່ງຈົດໝາຍອວຍພອນ ວັນບຸນວິສາຂະບູຊາ 2017 - ảnh 1

(vovworld)- ວັນ​ທີ 28/4, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ໄດ້​ສົ່ງ​ຈົດ​ໝາຍ​ເຖິງ​ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ພ້ອມ​ກັບ​ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ 2017 ພ.ສ 2561, ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ໄດ້​ສົ່ງ​ຄຳ​ອວຍ​ພອນ​ທີ່​ຈົບ​ງາມ​ທີ່​ສຸດ​ເຖິງ​ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ພ້ອມ​ກັບ​ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ຖ້ຽນ​ເຍີນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງພະ​ສົງ​ສຳ​ມະ​ເນັນ​ພ້ອມ​ກັບ​ພຸດ​ທະສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມໃນ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາຫວຽດ​​ນາມ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ທິດ​ນຳ “ທຳ​ມະ - ຊາດ -ລັດ​ທິ​ສັງ​ຄົມ​ນິ​ຍົມ” ້​ພອມ​ກັນ​ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາຫວຽດ​​ນາມ, ຕອບ​ສະ​ໜອງ ແລະ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ແລະ ບັ້ນ​ຂົນ​ຂວາຍ​ຕ່າງໆ, ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວໜູນ​ຊ່ວຍ​ຊີ​ວິດສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ