ການນຳຫວຽດນາມໃຫ້ການຕ້ອນຮັບທ່ານນາງ Anna Burke, ປະທານສະພາຕຳ່ອົດສະຕາລີ

ການນຳຫວຽດນາມໃຫ້ການຕ້ອນຮັບທ່ານນາງ Anna Burke, ປະທານສະພາຕຳ່ອົດສະຕາລີ - ảnh 1
ທ່ານປະທານປະເດ ເຈືອງເຕີນຊາງ ຕ້ອນຮັບ
ທ່ານ​ນາງ Anna Burke ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ

(ພາບ: vietnamplus.vn)
(vovworld) - ວັນ​ທີ 23/5, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Anna Burke, ປະທານ​ສະພາ​ຕຳ່​ອົດ​ສະ​ຕາ​ລີ, ​ເຂົ້າ​ຢ້ຽມ​ຄຳນັບ​ຕາມ​ພິທີການ​ທູດ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານ​ນາງ​ປະທານ​ສະພາ​ຕຳ່ Anna Burke ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ທ່ານ​ກໍ່​ໄດ້​ຊົມ​ເຊີຍ​ເລື່ອງ​ສະພາ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ສະບັບ​ໃໝ່, ພ້ອມ​ທັງ​ຢືນຢັນ​ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ສອງ​ອົງການ​ນິຕະບັນຍັດ​ສືບ​ຕໍ່​ຮ່ວມ​ມື​ສຳ​ເລັດ​ຜົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ອົດ​ສະ​ຕາ​ລີ ​ໃນ​ຕະຫຼອດ 40 ປີຜ່ານມາ, ​ແລະ ຢືນຢັນ​ວ່າ ລັດ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ອົດ​ສະ​ຕາ​ລີ, ຫວັງ​ວ່າ ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ອົດ​ສະ​ຕາ​ລີ ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ເຊື່ອມ​ໂຍງ, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ປະ​ເທດ​ອົດ​ສະ​ຕາ​ລີ.

ການນຳຫວຽດນາມໃຫ້ການຕ້ອນຮັບທ່ານນາງ Anna Burke, ປະທານສະພາຕຳ່ອົດສະຕາລີ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ແລະ
ທ່ານ​ນາງ Anna Burke ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ
(ພາບ: VGP/Nhật Bắc)

ກ່ອນໜ້ານັ້ນຕອນ​ບ່າຍວັນ​ທີ 22/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ມີ​ການ​ພົບ​ປະ​​ເຈລະຈາກັບ​ປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ ທ່ານ​ນາງ Anna Burke ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້ 2 ຝ່າຍ​ຄວນ​ປະຕິບັດ​ບັນ​ດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ລົງທຶນ, ​ແລກປ່ຽນ​ການ​ຄ້າ ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ເພື່ອ​ນຳ​ສິນຄ້າ​ຂອງ​ແຕ່ລະ​ປະ​ເທດ​ເຂົ້າ​ຕະຫຼາດ​ຂອງ​ກັນ​ຢ່າງ​ສະດວກ​ສະບາຍ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ບັນລຸ​ລະດັບ​ສູງ​ໃນ​​ໄລຍະ​ຈະ​ມາ​ເຖິງ. ພ້ອມ​ກັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ສົມທົບ​ກັນ​ດ້ວຍຫຼັກ​ໝັ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ສະໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ກໍ່​ຄື​ຫຼັກ​ໝັ້ນ​ຂອງ ອາ​ຊຽນ ກ່ຽວ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​​ໃນການ​ເດີນ​ເຮືອ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ບັນດາ​ການ​ພິດ​ພາດ​ກັນບົນ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ສະ​ເໜີ​ໃຫ້ ອົດ​ສະ​ຕາ​ລີ ສືບ​ຕໍ່​ສະໜອງ ODA ​ໃຫ້​ແກ່ ຫວຽດນາມ.

    ທ່ານ​ນາງປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ Anna Burke ຢືນຢັນວ່າ: ຍາມ​ໃດ ອົດ​ສະ​ຕາ​ລີ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ຫວຽດນາມ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ: ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ.​.​.​ ທ່ານ​ນາງປະທານ​ສະພາ​ຕຳ່ ອົດ​ສະ​ຕາ​ລີ Anna Burke ​ເນັ້ນ​ໜັກ​ວ່າ: ອົດ​ສະ​ຕາ​ລີ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ຢູ່ໃນ​ໂລກ, ພ້ອມ​ທັງ​ຖື​ວ່າ: ​ເລື່ອງ​ປະຕິບັດ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ, ​ເຄົາລົບ​​ພື້ນຖານ​ນິຕິ​ກຳ ​ແມ່ນ​ວິທີ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ແກ້​ໄຂ​ບັນດາ​ການ​ພິດ​ພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ