ການ​ນຳຫຼາຍ​ປະ​ເທດ​ຍູ້​ແຮງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນຫາ ລ​ີບ​ີ

(VOVWORLD) -ການຊອກຫາວິທີການແກ້ໄຂໃຫ້ແກ່ການປະທະກັນຢູ່ ລີບີແມ່ນບັນຫາຮ້ອນເຮັ່ງ ພວມໄດ້ຮັບຄວາມສົນໃຈຈາກຫຼາຍປະເທດໃນໂລກ. 

ທ່ານ Mevlut Cavusoglu ລັດຖະມົນຕີການຕ່າງປະເທດ ຕວັກກີ ໄດ້ກ່າວເຕືອນວ່າ ການປະທະກັນຢູ່ ລີບີພວມມີຄວາມສ່ຽງສັບສົນຂຶ້ນຕື່ມ ແລະ ປະເທດອາຟຼິກາເໜືອນີ້ ອາດຈະກາຍເປັນ ຊີຣີ ທີ 2. ໃນວັນທີ 30 ທັນວາ, ທ່ານ Cavusoglu ລັດຖະມົນຕີການຕ່າງປະເທດ ໄດ້ມີການພົບປະກັບການນຳ 3 ພັກການເມືອງຝ່າຍຄ້ານ ຢູ່ ລີບີ.

ການ​ນຳຫຼາຍ​ປະ​ເທດ​ຍູ້​ແຮງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນຫາ ລ​ີບ​ີ - ảnh 1ກຳລັງ LNA ເຂົ້ານະຄອນ Tripoli, ລີບີ ໃນວັນທີ 26 ພຶດສະພາ 2019 (ພາບ: AFP/TTXVN)

ໃນການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ຝລັ່ງ ທ່ານ Emmanuel Macron ໃນວັນທີ 30 ທັນວາ, ທ່ານ Abdel Fattah Al Sisi ປະທານາທິບໍດີ ອີຢິບ ໄດ້ເນັ້ນໜັກວ່າ ຕ້ອງສຸມໃສ່ເຂົ້າການຟຶ້ນຟູຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ ລີບີ, ສະໜັບສະໜູນບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍ ແລະ ເຮັດໃຫ້ບັນດາການເຄື່ອນໄຫວຂອງ ກຸ່ມປະກອບອາວຸດອ່ອນແອລົງ ແລະ ຢຸດຕິການແຊກແຊງຂອງຕ່າງປະເທດເຂົ້າສະພາບການພາຍໃນຂອງລີບີ. ກ່ອນໜ້ານັ້ນ, ທ່ານ Al Sisi ກໍ່ໄດ້ປຶກສາຫາລືກັບການນຳຂອງບາງປະເທດຄື ອາເມລິກາ, ອີຕາລີ, ເຢຍລະມັນ, ເກັຼກ ກ່ຽວກັບການຢຸດຕິ ວິກິດການຢູ່ ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ