ການນຳອັງກິດ,ຝລັ່ງ,ເຢຍລະມັນໂອ້ລົມທາງໂທລະສັບກ່ຽວກັບບັນຫາອີຣານ

(VOVWORLD) -ວັນທີ 29 ເມສາ, ບັນດາການນຳອັງກິດ, ຝລັ່ງ ແລະ ເຢຍລະມັນ ໄດ້ມີການໂອ້ລົມທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນຫາອີຣານ.
ການນຳອັງກິດ,ຝລັ່ງ,ເຢຍລະມັນໂອ້ລົມທາງໂທລະສັບກ່ຽວກັບບັນຫາອີຣານ - ảnh 1(ພາບປະກອບ: financialtribune.com)

ການນຳ 3 ປະເທດໄດ້ເຫັນດີນຳກັນໂດຍຖືວ່າ ເລື່ອງຮັກສາຂໍ້ຕົກລົງນິວເຄຼຍອີຣານ ແມ່ນວິທີດີທີ່ສຸດເພື່ອສະກັດກັ້ນອີຣານ ກຳມະສິດອາວຸດນິວເຄຼຍ. ການນຳ 3 ທ່ານຖືວ່າ, ຂໍ້ຕົກລົງນິວເຄຼຍ ຄວນໄດ້ຮັບການເປີດກວ້າງ ເພື່ອກວມລວມບັນດາຂົງເຂດອື່ນຕື່ມອີກຄື: ລູກສອນໄຟນຳວິຖີ ແລະ ບັນດາບາດກ້າວຕໍ່ໄປພາຍຫຼັງຂໍ້ຕົກລົງໝົດກຳນົດເວລາ.

      ແລະກໍໃນວັນທີ 29 ເມສາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ໂອ້ລົມທາງໂທລະສັບນຳກັນ ແລະ ເຫັນດີວ່າຈະພ້ອມກັນກະທຳເພື່ອຮັກສາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1 (ລວມມີ: ອັງກິດ, ຝລັ່ງ, ລັດເຊຍ, ຈີນ, ອາເມລິກາ ແລະ ເຢຍລະມັນ) ເມື່ອປີ 2015. ທ່ານປະທານາທິບໍດີຝລັ່ງ ກໍ່ສະເໜີປຶກສາຫາລືເພີ່ມເຕີ່ມ 3 ບັນຫາ, ລວມມີໂຄງການລູກສອນໄຟຂອງອີຣານ, ບັນດາຂໍ້ຕົກລົງນິວເຄຼຍຂອງປະເທດນີ້ພາຍຫຼັງປີ 2025 ແລະ ວິກິດການດ້ານການເມືອງຢູ່ຕາເວັນອອກກາງ.

      ໃນການໂອ້ລົມສົນທະນາ, ທ່ານປະທານາທິບໍດີອີຣານ Hassan Rouhani ຢືນຢັນວ່າ, ຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມເມື່ອປີ 2015, ຫຼືເອີ້ນວ່າແຜນການກະທຳລວມຮອບດ້ານ (JCPOA) ຫຼື ບໍ່ວ່າບັນຫາໃດໆທີ່ກ່ຽວຂ້ອງ ລ້ວນແຕ່ບໍ່ສາມາດເຈລະຈາຄືນໄດ້ ແລະ ອີຣານ ບໍ່ຮັບຮູ້ບໍ່ວ່າຂໍ້ກຳນົດໃດໆທີ່ລື່ນກາຍບັນດາຄຳໝັ້ນສັນຍາຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ