ການ​ນຳ​​ອົງ​ການສືບ​ຂ່າວກອງ​ທັບ​ບັນ​ດາ​ປະ​ເທດ ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ​ພາກ​ພື້ນ

(VOVWORLD) - ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ການນຳອົງການສືບຂ່າວກອງທັບບັນດາປະເທດສະມາຊິກ ອາຊຽນ ເນັ້ນໜັກເຖິງ ຄຳໝັ້ນສັນຍາຊຸກຍູ້ ແລະ ເປີດກວ້າງການຮ່ວມມື, ສືບຕໍ່ແບ່ງປັນຂໍ້ມູນຢ່າງທັນການ ແລະ ພ້ອມກັນແກ້ໄຂໄພນາບຂູ່ຕໍ່ຄວາມໝັ້ນຄົງ ແນໃສ່ຮັກສາປະຊາຄົມສືບຂ່າວການທະຫານ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.
ການ​ນຳ​​ອົງ​ການສືບ​ຂ່າວກອງ​ທັບ​ບັນ​ດາ​ປະ​ເທດ ອາ​ຊຽນ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ຂອງ​ພາກ​ພື້ນ - ảnh 1ຄະນະຜູ້ແທນ ກຳປູເຈຍ ຢູ່ທີ່ກອງປະຊຸມ (ພາບ: khmertimeskh)

  ກອງປະຊຸມຜູ້ນຳອົງການສືບຂ່າວກອງທັບບັນດາປະເທດ ອາຊຽນ ຄັ້ງທີ 19 (AMIM – 19) ຖືກດຳເນີນໃນວັນທີ 15 ມີນາ, ຢູ່ ກຳປູເຈຍ.ກອງປະຊຸມໄດ້ສຸມໃສ່ປຶກສາຫາລື, ແບ່ງປັນຂໍ້ມູນ ແລະ ແລກປ່ຽນກ່ຽວກັບບັນຫາຄວາມໝັ້ນຄົງລວມຂອງພາກພື້ນ, ການຜັນແປກ່ຽວກັບຄວາມໝັ້ນຄົງໃນໄລຍະມໍ່ໆມານີ້, ກໍຄືໄພນາບຂູ່ຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່. ກອງປະຊຸມກໍໄດ້ເຕື້ອງເຖິງບັນຫາຕ້ານການກໍ່ການຮ້າຍ ແລະ ໂລກລະບາດໂຄວິດ - 19.

ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ, ການນຳອົງການສືບຂ່າວກອງທັບບັນດາປະເທດສະມາຊິກ ອາຊຽນ ເນັ້ນໜັກເຖິງ ຄຳໝັ້ນສັນຍາຊຸກຍູ້ ແລະ ເປີດກວ້າງການຮ່ວມມື, ສືບຕໍ່ແບ່ງປັນຂໍ້ມູນຢ່າງທັນການ ແລະ ພ້ອມກັນແກ້ໄຂໄພນາບຂູ່ຕໍ່ຄວາມໝັ້ນຄົງ ແນໃສ່ຮັກສາປະຊາຄົມສືບຂ່າວການທະຫານ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

        ສິ້ນສຸດກອງປະຊຸມ, ກຳປູເຈຍ ໄດ້ມອບໂອນຕຳແໜ່ງປະທານໝູນວຽນ AMIM – 20  ໃນປີ 2023 ໃຫ້ ອິນໂດເນເຊຍ.

       


ຕອບກັບ

ຂ່າວ/ບົດ​ອື່ນ