ການນຳອີຣານ ແລະ ອີຢີບ ເຈລະຈາກ່ຽວກັບສະພາບການຂອງຊີຣີ

ການນຳອີຣານ ແລະ ອີຢີບ ເຈລະຈາກ່ຽວກັບສະພາບການຂອງຊີຣີ - ảnh 1
(ທ່ານ​ປະທານາທິບໍດີ​ອີຢີບ Mohamed Morsi)
(vovworld) -     ວັນ​ທີ 05/02, ທ່ານ​ປະທານາທິບໍດີ​ອີຢີບ Mohamed Morsi ​ໄດ້​ມີ​ການ​ເຈລະຈາ​ຢູ່​ນະຄອນຫຼວງ ກາຍ​ໂຣ ກັບ​ທ່ານ​ປະທານາທິບໍດີ​ອີຣານ Ahmadinejad ທີ່​ພວມ​ຢູ່​ຢ້ຽມຢາມ​ປະ​ເທດ​ນີ້, ​ເພື່ອປຶກສາ​ຫາລື​​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນທີ່​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່​ຊີຣີ. ທີ່​ການ​ເຈລະຈາ, ການ​ນຳ 2 ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ລວມຂອງ​ພາກ​ພື້ນ ​ແລະ ມາດ​ຕະການ​ແກ້​ໄຂຕ່າງໆ​ເພື​່ອຢຸດຕິ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດຢູ່​ຊີຣີ ​ໃນ​ໄລຍະ​ເກືອ​ບ 2 ປີຜ່ານມາ ​​ແຕ່ບໍ່​ຕ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ແຊກ​ແຊງ​ດ້ານການ​ທະຫານ. ປະທານາທິບໍດີ 2 ທ່ານ ກໍ​ປຶກ​ສາ​ຫາລື​ທິດ​ທາງ​ຊຸກຍູ້​ການ​ພົວພັນ 2 ຝ່າຍ. ທ່ານ​ປະທານາທິບໍດີ Ahmadinejad ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ອີຣານ ​ແລະ ອີ​ຢີບ.
ຂ່າວ/ບົດ​ອື່ນ