ການນຳອີຣານຕຳໜິຕິຕຽນຊະອຸດີອາຣາເບຍກ່ຽວກັບໄພພິບັດຢູ່Mecca

ການນຳອີຣານຕຳໜິຕິຕຽນຊະອຸດີອາຣາເບຍກ່ຽວກັບໄພພິບັດຢູ່Mecca - ảnh 1
ເຫດ​ຢຽບ​ກັນ​ຢູ່​​ໂບດ​ສັກສິດ Mecca
(ພາບ: Reuter/TTXVN)


(vovworld) – ວັນ​ທີ 27/09, ການ​ນຳ​ສູງ​ສຸດ​ອີ​ຣານ Ali Khamenei ​ໄດ້​ຮຽກ​ຮ້ອງ​​ໃຫ້ ຊະ​ອຸດີ​ອາຣາ​ເບ​ຍ ຕ້ອງ​ຂໍ​ໂທ​ດຕໍ່​ເຫດ​ຢຽບ​ກັນ​ຢູ່​​ໂບດ​ສັກສິດ Mecca ​ໃນ​ວັນ​ທີ 24/09 ​ເຮັດ​​ໃຫ້ 770 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ຊາວ​ອີຣານ 144 ຄົນ. ທ່ານ Ali Khamenei ຊີ​ແຈ້ງວ່າ ອຳນາດ​ການ​ປົກຄອງ ​ຊະ​ອຸດີ​ອາຣາ​ເບ​ຍ ຕ້ອງ​ຮັບຜິ​ດຊອບ​ໜ້າ​ທີ່ ​ແລະ ຂໍ​ໂທດ​ຊາວ​ມຸດ​ສລິມ ​ໃນ​ທົ່ວ​ໂລກ ກໍ​ຄື​ຄອບ​ຄົວ​ບັນດາ​ຜູ້​ຖືກ​ເຄາະ​ຮ້າຍ. ​ໃນ​ຊຸມ​ມື​ຜ່ານ​ມາ, ບັນດາ​ການ​ນຳ​ອີຣານ ​ໄດ້​ຕຳ​ໜິຕິ​ຕຽນ​ເຈົ້າໜ້າ​ທີ ຊະ​ອຸດີ​ອາຣາ​ເບ​ຍ ກ່ຽວ​ກັບ​ການ​ຄຸມ​ຄອງ​ຄວາມ​ປອດ​ໄພ​ໃນ​ພິທີນະມັດສະການ Haji, ພ້ອມ​ທັງ​ສົງ​ໄສ​ຕໍ່​​ເລ​ື່ອງ Riyadh ຈະເໝາະ​ສົມ​ເພື່ອ​ສືບ​ຕໍ່​ຈັດ​ຕັ້ງ​ພິທີ​​ດັ່ງກ່າວປະຈຳ​ປີ​ອີກ ຫຼື ບໍ່. ຄຳ​ຖະ​ແຫຼ​ງດັ່ງກ່າວຖືກ​ຍົກອອກ​ມາ ພາຍຫຼັງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຊະ​ອຸດີ​ອາຣາ​ເບ​ຍ Adel Al Jubeir ​ເນັ້ນ​ໜັກວ່າ​ເຫດ​ຢຽບ​ກັນ​ຜ່ານ​ມາ ບໍ່ກ່ຽວຂ້ອງ​ເຖິງບັນ​ຫາ​​ການ​​ເມືອງ.

ຂ່າວ/ບົດ​ອື່ນ