ການນຳອາເມລິກາ,ຈີນເປັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນເວລາມີຄວາມບໍ່ລົງລອຍກັນ

ການນຳອາເມລິກາ,ຈີນເປັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນເວລາມີຄວາມບໍ່ລົງລອຍກັນ - ảnh 1
ພາບປະກອບ

(vovworld) – ວັນ​ທີ 15/7, ທຳນຽບຂາວ​ໄດ້​ປະກາດ​ວ່າ: ປະທານາທິບໍດີ Barack Obama ມີ​ການ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​ປະທານ​ປະ​ເທດ ຈີນ ສື້ຈີ້​ນຜິ​ງ ​​ຍອມຮັບ​ເລື່ອງ 2 ປະ​ເທດ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ແຕ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາ​ກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ນຳ​ກັນ​ໃນ​ບັນດາ​ບັນຫາ 2 ຝ່າຍ, ພາກ​ພື້ນ ​ແລະ ທົ່ວ​ໂລກ. ​ໃນ​ການ​​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ທີ 14/7, ທ່ານ​ປະທານາທິບໍດີ Obama ​​ເວົ້າ​ກັບ​ທ່ານ​ປະທານ​ປະ​ເທດ ສື້ຈີ້​ນຜິ​ງວ່າ: ທ່ານ​ຫວັງ​ວ່າການ​ພົວພັນ ອາ​ເມ​ລິ​ກາ - ຈີນ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ດ້ວຍ​ເລື່ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍກັນ​ແບບ​ສ້າງສັນ. ​ໃນ​ການ​ໂອ້​ລົມ​ສົນທະນາ, ການ​ນຳ 2 ທ່ານ​ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ບັນດາ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາ​ມຖົກ​ຖຽງ​ກັນ​ຂອງ ອີຣານ ​ແລະ ສປປ ​ເກົາຫຼີ. ທ່ານ Obama ກໍ່​ເນັ້ນ​ໜັກ​ຄວາມ​ຕ້ອງ​ການ​ເພີ່ມ​ທະວີການ​​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ສົມ​ທົບ​ກັນ​ເຄື່ອນ​ໄຫວ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ​ເພື່ອ​ແນ​ໃສ່​ຮັບປະກັນ​ວ່າ ພຽງ​ຢາງ ຈະ​ເຄົາລົບ​ຄຳ​ໝັ້ນ​ສັນຍາ​ປອດ​ນິວ​ເຄຼຍ​ໃນ​ແຫຼ​ມ ​ເກົາຫຼີ.

ຂ່າວ/ບົດ​ອື່ນ