ການນຳອາເມລິກາ,ຢູແກຼນໂອ້ລົມທາງໂທລະສັບກ່ຽວກັບຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ

ການນຳອາເມລິກາ,ຢູແກຼນໂອ້ລົມທາງໂທລະສັບກ່ຽວກັບຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ - ảnh 1
ທະຫານ ຢູແກຼນ (ພາບປະກອບ)

(vovworld) - ວັນ​ທີ 19/08 ທຳນຽບຂາວ​ໃຫ້​ຮູ້​ວ່າ: ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ແລະ ທ່ານ​ປະທານາທິບໍດີ ຢູ​ແກຼນ Petro Poroshenko ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ສະພາບ​ການປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໃນສະພາວະ​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນ​ລະຫວ່າງ ມົດ​ສະ​ກູ ​ແລະ Kiev. ຕາມ​ປະກາດ​ຂອງ​ທຳນຽບຂາວ​ແລ້ວ, ການ​ນຳ 2 ທ່ານ​ໄດ້ “ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ປະ​ທະ​ກັນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ”, ​ເນັ້ນ​ໜັກ​​ເຖິງ​ສະພາບ​ການລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງຈາກ​ຝ່າ​ຍກຳລັງທວງ​ເອົາ​ເອກະລາດ​ຢູ່​ທີ່​ນີ້ ​ໃນລະດັບ​ສູງ​ສຸດ​ນັບ​ແຕ່​ປີ 2015. ການ​ນຳ 2 ທ່ານຢືນຢັນ​ຄືນ​ໃໝ່​ວ່າ: ຈຳ​ເປັນຕ​້ອງມີ​ມາດ​ຕະການການ​ເມືອງ ​ແລະ ການ​ທູດ​ໃຫ້​ແກ່ການ​ປະ​ທະ​ກັນ ​ໂດຍ​ຜ່ານ​ເລື່ອງ​ທຸກຝ່າຍ​ປະຕິບັດ​ຂໍ້​ຕົກລົງ Minsk ​​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ເດືອນ​ກຸມ​ພາປີ 2015 ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ