ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່

(VOVWORLD) -ໃນໄຕມາດທີ 1 ປີ 2022, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸ 176 ຕື້ USD, ບັນລຸການເຕີບໂຕ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່ - ảnh 1(ພາບປະກອບ: TTXVN)

ຕາມທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ- ນຳເຂົ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ແລ້ວ, ໃນໄຕມາດທີ 1 ປີ 2022, ຍອດວົງເງິນສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ບັນລຸ 176 ຕື້ USD, ບັນລຸການເຕີບໂຕ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດ; ສະເພາະການສົ່ງອອກບັນລຸການເຕີບໂຕເກືອບ 13%. ພິເສດ, ບັນດາໝວດຜະລິດຕະພັນກະເສດມີການເຕີບໂຕໃນການສົ່ງອອກສູງພໍສົມຄວນປະມານແຕ່ 18 – 19%; ໃນນັ້ນມີໝວດສິນຄ້າພິເສດຄື: ກາເຟ, ເຂົ້າສານ, ສິນໃນນ້ຳບັນລຸລະດັບເຕີບໂຕສູງກວ່າອີກແຕ່ 38% ຫາເກືອບ 50%. ນີ້ແມ່ນບັນດາສັນຍານລວມທີ່ຕັ້ງໜ້າໃຫ້ແກ່ການເຄື່ອນໄຫວນຳເຂົ້າ-ສົ່ງອອກ. ໂດຍໃຫ້ຂໍ້ສັງເກດກ່ຽວກັບການເຕີບໂຕໃນການສົ່ງອອກໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງຫາຍ ຖືວ່າ, ກາລະໂອກາດໃຫຍ່ຫຼວງທີ່ສຸດແມ່ນມາຈາກບັນດາສັນຍາການຄ້າເສລີ (FTA).

        ປີ 2022, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ວາງເປົ້າໝາຍການສົ່ງອອກເພີ່ມຂຶ້ນແຕ່ 6-8% ເມື່ອທຽບໃສ່ປີ 2021, ບັນລຸປະມານ 363 ຕື້ USD; ຮັກສາດຸນການຄ້າຢູ່ໃນລະດັບສົ່ງອອກເກີນດຸນ.

ຕອບກັບ

ຂ່າວ/ບົດ​ອື່ນ