ການນຳໂຮ່ຈີມິນຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.
ການນຳໂຮ່ຈີມິນຕອບບຸນແທນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ - ảnh 1ການນຳຖະຫວາຍດອກໄມ້ບູຊາອາໄລຫາຢູ່ສຸສານນະຄອນໂຮ່ຈີມິນ
(ພາບ: hcmcpv.org.vn)

ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021, ຕອນເຊົ້າວັນທີ 08 ກຸມພາ (ກົງກັບວັນທີ 27 ເດືອນຈຽງໄລ່ຕາມຈັນທະປະຕິທິນ), ຄະນະການນຳຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ນຳໜ້າ, ໄດ້ໄປຖະຫວາຍທູບທຽນ, ດອກໄມ້ບູຊາອາໄລຫາຢູ່ສຸສານນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດນະຄອນໂຮ່ຈີມິນ, ສຸສານນະຄອນໂຮ່ຈີມິນ. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.

        ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກໍ່ໄດ້ໄປວາງພວງມາລາ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ເບັ໊ນເຢືອກ, ເມືອງ ກຸຈີ.

ຕອບກັບ

ຂ່າວ/ບົດ​ອື່ນ