ການບຸກໂຈມຕີກໍ່ການຮ້າຍຢູ່ພາກໃຕ້ໄທເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ

ການບຸກໂຈມຕີກໍ່ການຮ້າຍຢູ່ພາກໃຕ້ໄທເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ການບຸກໂຈມຕີກໍ່ການຮ້າຍຢູ່ພາກໃຕ້ໄທ
ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(ພາບ: AFP)

(vovworld) - ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງ​ຕ່າງໆ​ທີ່​ເກີດ​ຂຶ້ນຢູ່​ພາກ​ໃຕ້​ໄທ ​ໃນ​ວັນ​ທີ 10/7 ​ເຮັດ​ໃຫ້ 7 ຄົນ​ເສຍ​ຊີວິດ ​ແລະ 10 ກວ່າ​ຄົນ​ຮັບ​ບາດ​ເຈັບ. ຕຳຫຼວດ​ໄທ ​ໃຫ້​ຮູ້​ວ່າ, ມີ 3 ຄົນ​ເສຍ​ຊີວິດ ​ແລະ 4 ຄົນ​ໄດ້​ຮັບ​ບາດ​ເຈ​ບ​ໃນ​ເຫດ​ວາງລະ​ເບີດ​ລົດຈັກ​ຢູ່​ເມືອງ Sadao, ​ແຂວງ Songkhla ທາງ​ພາກ​ໃຕ້​ໄທ.​ໃນ​ວັນ​ດຽວ​ກັນ, ຢູ່ Narathiwat ​ໃຕ້ ກໍ່​ເກີດ​ເຫດ​ວາງ​ລະ​ເບີດ 2 ຄັ້ງ, ​ເຮັດ​ໃຫ້ 8 ຄົນ​ຮັບ​ບາດ​ເຈັ​ບ. ຢູ່ພາກ​ໃຕ້​ໄທ ມີ​ກຸ່ມ​ແຍກ​ຕົວ​ອອກ​ກຸ່ມ​ໜຶ່ງ​ພວມ​ເຄື່ອນ​ໄຫວ, ​ເພື່ອ​ທວງ​ເອົາ​ສ້າງ​ຕັ້ງ​ລັດ​ອິດສະ​ລາມ​ສະ​ເພາະ.

ຂ່າວ/ບົດ​ອື່ນ