ການບຸກໂຈມຕີສະຫຼະຊີບເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ອາບການິດສະຖານ

(VOVWORLD) -ເຫດວາງລະເບີດສະຫຼະຊີບເລັ່ງໃສ່ກຸ່ມຄົນພວມຍ່າງຢູ່ແຂວງ Nangarhar ທາງທິດຕາເວັນອອກອາບການິດສະຖານ ໃນວັນທີ 23 ພະຈິກ, ໄດ້ເຮັດໃຫ້ຢ່າງໜ້ອຍສຸດມີສາມັນຊົນ 8 ຄົນເສຍຊີວິດ ແລະ 15 ຄົນຮັບບາດເຈັບ, ໃນນັ້ນມີເດັກນ້ອຍ.

ການບຸກໂຈມຕີສະຫຼະຊີບເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ອາບການິດສະຖານ - ảnh 1

ການບຸກໂຈມຕີສະຫຼະຊີບເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດຢູ່ອາບການິດສະຖານ 

(ພາບ: TTXVN)

ໂຄສົກຂອງແຂວງ Nangarhar, Attaullah Khogyyani ໃຫ້ຮູ້ວ່າ, ເຫດບຸກໂຈມຕີຖືກເກີດຂຶ້ນຢູ່ນະຄອນ Jalalabad, ຜູ້ວາງລະເບີດໄດ້ແຝງຕົວເຂົ້າກັບກຸ່ມຄົນທີ່ພວມເຕົ້າໂຮມກັນສະແດງຄວາມສະໜັບສະໜູນຜູ້ບັນຊາການຕຳຫຼວດທ້ອງຖິ່ນ ທີ່ຫາກໍຖືກປົດຕຳແໜ່ງ ແລະ ຮຽກຮ້ອງໃຫ້ຜູ້ບັນຊາການນີ້ໄດ້ຕຳແໜ່ງຄືນໃໝ່.

        ອົງການ IS ໄດ້ຍ້ອມຮັບດຳເນີນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ