ການບໍລິຈາກຈຳນວນເງິນກ່ວາ 37 ຕື້ດົ່ງເພື່ອເບິ່ງແຍງຊ່ວຍເຫຼືອຄົນທຸກຍາກ

(VOVWORLD) - ລາຍການໄດ້ຮຽກຮ້ອງບັນດາຜູ້ມີໃຈເມດຕາ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະບໍລິຈາກເງິນໃຫ້ກອງທຶນເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ.

ຕອນຄ່ຳວັນທີ 26 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສະຖານີໂທລະພາບນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການສະແດງສິລະປະ “ນະຄອນແຫ່ງສາຍຈິດມິດໃຈ - ເຊື່ອມຕໍ່ຄວາມຮັກແພງ” ຄັ້ງທີ 17, ປີ 2017 ເພື່ອແນໃສ່ຂົນຂວາຍແຫຼ່ງກຳລັງ ເບິ່ງແຍງດູແລຄົນທຸກຍາກ. ລາຍການໄດ້ຮຽກຮ້ອງບັນດາຜູ້ມີໃຈເມດຕາ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະບໍລິຈາກເງິນໃຫ້ກອງທຶນເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ. ລາຍການພົບປະແລກປ່ຽນກັບຫຼາຍຄອບຄົວທຸກຍາກທີ່ພົ້ນເດັ່ນໃນການບືນຕົວຂຶ້ນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ຍ້ອນໄດ້ນຳໃຊ້ແຫຼ່ງເງິນໜູນຊ່ວຍຈາກກອງທຶນ ເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ ຢ່າງມີປະສິດທິຜົນ.

        ທີ່ລາຍການ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດໄດ້ບໍລິຈາກຈຳນວນເງິນກ່ວາ 37 ຕື້ດົ່ງ ໃຫ້ແກ່ກອງທຶນ ເພື່ອຄົນທຸກຍາກນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ