ການປຶກສາຫາລືການເມືອງ ຫວຽດນາມ - ຟີລິບປິນ ຄັ້ງທີ 1

(VOVWORLD) - ຢູ່ທີ່ນີ້, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີບັນດາການພົບປະຂັ້ນສູງ ແລະ ທຸກຂັ້ນ, ກໍ່ຄືເສີມຂະຫຍາຍປະສິດທິຜົນບັນດາກົນໄກ 2 ຝ່າຍທີ່ມີຢູ່ແລ້ວ.
ການປຶກສາຫາລືການເມືອງ ຫວຽດນາມ - ຟີລິບປິນ ຄັ້ງທີ 1 - ảnh 1ທີ່ການປຶກສາຫາລືການເມືອງ ຫວຽດນາມ - ຟີລິບປິນ
(ພາບ: dangcongsan.vn)

        ຕອນບ່າຍວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ຟີລິບປິນ Theresa P. Lazaro ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຄັ້ງທຳອິດລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ.

        ຢູ່ທີ່ນີ້, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເພີ່ມທະວີບັນດາການພົບປະຂັ້ນສູງ ແລະ ທຸກຂັ້ນ, ກໍ່ຄືເສີມຂະຫຍາຍປະສິດທິຜົນບັນດາກົນໄກ 2 ຝ່າຍທີ່ມີຢູ່ແລ້ວ. ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ເນັ້ນໜັກວ່າ ການຮ່ວມມືທາງທະເລໄດ້ສວມບົດບາດແກ່ນສານໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີຈະສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວຮ່ວມມືທາງທະເລ ກໍຄືການສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຊາວປະມົງ, ກຳປັ່ນ ບົນຈິດໃຈຄູ່ຮ່ວມມືຍຸດທະສາດ ແລະ ສາມັກຄີໃນ ອາຊຽນ.

        2 ຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ໃຫ້ຄຳໝັ້ນສັນຍາ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ຄື: ສະຫະປະຊາຊາດ, ອາຊຽນ…

ຕອບກັບ

ຂ່າວ/ບົດ​ອື່ນ