ການປ້ອງກັນ, ຕ້ານ ພະຍຸ Hagupit


ການປ້ອງກັນ, ຕ້ານ ພະຍຸ Hagupit - ảnh 1

(ພາບ: nhandan.com.vn )

(vovworld)- ​ ຕອນ​ບ່າຍວັນ​ທີ 6/12, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ​ສູນ​ກາງ ​ໄດ້​ຈັດການ​ປະຊຸມ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮັບ​ມື​ກັບ ພະຍຸ Hagupit ພວມມຸ່ງ​ໄປ​ເຖິງທະ​ເລ​ຕາ​ເວັນ​ອອກ. ຕາມ​ຂໍ້​ໃຫ້​ສັງ​ເກດ​ຂອງ​ສູນ​ອຸຕຸນິຍົມ ອຸ​ທົກ​ກະສາ​ດສູນ​ກາງ, ພະຍຸ Hagupit ຈະ​ເຂົ້າ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໃນ​ຕອນ​ຄ່ຳ​ວັນ​ທີ 8/12 ຮອດ​ຕອນ​ເຊົ້າວັນ​ທີ 9/12. ພະຍຸ Hagupit ອາດ​ຈະກໍ່​​ໃຫ້​ເກີດລົມ​ແຮງ, ຝົນຕົກ​ໜັກ.

  ກ່າວ​ຄຳ​ເຫັນ​ສະຫລຸບ​ການ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ ຕ້ອງ​ກຽມພ້ອມ​ຮັບ​ມືກັບ ພະຍຸ Hagupit, ປະຕິບັດ​​ເນື້ອ​ໃນ​ເອກະສານ​ທາງ​ການ​ຂອງຄະນະ​ຊີ້​ນຳ​ການ​ປ້ອງ​ກັນ, ຕ້ານ​ພະຍຸ​ສູນ​ກາງຢ່າງ​ເຂັ້ມງວດ. ຕອ້ງຕິດຕາມ​ກວດກາ​ການ​ຜັນ​ແປ​ຂອງ​ພະຍຸ, ກຳ​ແໜ້ນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນດາ​ພາຫະນະ​ພວມ​ເຄື​ອ່ນ​ໄຫວ​ບົນ​ທະ​ເລ​ເພື່ອ​ຮຽກ​ຮ້ອງການ​ຫຼີກລ້ຽງ​ພະຍຸ​ຢ່າງ​ປອດ​ໄພ, ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ອ່າງ​ເກັບ​ນ້ຳຕ່າງໆ./.

ຂ່າວ/ບົດ​ອື່ນ