ການປ້ອງກັນ ແລະ ຕ້ານການໃຊ້ຢາເສບຕິດຢູ່ຫວຽດນາມ

ການປ້ອງກັນ ແລະ ຕ້ານການໃຊ້ຢາເສບຕິດຢູ່ຫວຽດນາມ - ảnh 1
( ພາບປະກອບຈາກອີນເຕີແນດ )

( vovworld ) - ຕອນ​ເຊົ້າ​ວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ອົງການການ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ ( UNODC ) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ໂຄງການ “ ​ປ້ອງ​ກັນ ​ແລະ ຕ້ານ​ການ​ໃຊ້​ຢາ​ເສບ​ຕິດ​ ​ແລະ HIV ​ໃນ​ໝູ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຫວຽດນາມ ”. ​ໂດຍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ 4 ​ແຂວງ: ດ້ຽນບຽນ, ລາວ​ກາຍ, ອຽນ​ບ່າຍ ​ແລະ ​ເຊີນ​ລາ, ພາຍ​ຫຼັງ 4 ປີ​ແຫ່ງ​ການ​ປະຕິບັດ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ, HIV/ AIDS. ​ໄລຍະ​ຈະ​ມາ​ເຖິງ, UNODC ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ຫວຽດນາມ.

ຂ່າວ/ບົດ​ອື່ນ