ການ​ປ່ອຍ​ເງິນ​ລົງທຶນ​ຕ່າງ ປະ​ເທດ​ໃນ 2 ​ເດືອນ ​ຕົ້ນປີ​ເພີ່ມ​ຂຶ້ນ​ເກືອບ 7%


ການ​ປ່ອຍ​ເງິນ​ລົງທຶນ​ຕ່າງ ປະ​ເທດ​ໃນ 2 ​ເດືອນ ​ຕົ້ນປີ​ເພີ່ມ​ຂຶ້ນ​ເກືອບ 7% - ảnh 1

(ພາບປະກອບ: . TTXVN)

 (vovworld)- ຕາມ​ການ​ລາຍ​ງານ​ຈາກ​ກົມ​ລົງທຶນ​ຕ່າງປະ​ເທດ (ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ), ​ໄລ່​ລວມ​ໃນ 2 ​ເດືອນ​ຕົ້ນປີ 2014, ​ແຫຼ່ງ​ເງິນ​ລົງທຶນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ປ່ອນ​ເງິນ​ຄາດ​ວ່າ​ປະມານ 1,12 ຕື້​ໂດ​ລາສະຫະລັດ, ​ເພີ່ມ 6,7% ເມື່ອ​ທຽບກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2013.

  ກົມ​ລົງທຶນ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ, ​ໄລ່​ຮອດ​ວັນ​ທີ 20/2/2014, ທົ່ວ​ປະ​ເທດ​ມີ 122 ​ໂຄງການ​ໃໝ່​ໄດ້​ຮັບ​ໜັງສື​ຢັ້ງຢືນ​ການ​ລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ແມ່ນ 831 ລ້ານ​ໂດ​ລາ​ສະຫະລັດ, ​ເທົ່າ​ກັບ 81% ຂອງ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

   ປະຈຸ​ບັນ, ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ແມ່ນ​ຂົງ​ເຂດ​ດຶງ​ດູດ​ຄວາມສົນ​ໃຈ​ຈາກ​ນັກ​ລົງທຶນ​ຕ່າງປະ​ເທດ​ຫຼາຍ​ຄົນ. ຄຽງ​ຄູ່​ກັນນັ້ນ, ຂົງ​ເຂດ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ​ຢືນ​ອັນ​ດັບ​ທີ 2 ດ້ວຍຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ຂຶ້ນ​ແມ່ນ​ເກືອ​ບ 300 ລ້ານ​ໂດ​ລາ​ສະຫະລັດ.

  ກ່ຽວ​ກັບ​ຄູ່​ຮ່ວມ​ມື​ລົງທຶນ, ສ.​ເກົາຫຼີ ພວມ​ນຳ​ໜ້າ​ດ້ວຍຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​​ໃໝ່ ​ແລະ ​ເພີ່ມ​ຂຶ້ນ, ຖັດມາ​ແມ່ນ​ສິງກະ​ໂປ ​ແລະ ຍີ່ປຸ່ນ./.

 

ຂ່າວ/ບົດ​ອື່ນ