ການປະກອບສ່ວນພັດທະນະສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ

ການປະກອບສ່ວນພັດທະນະສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ảnh 1
ພິທີລົງ​ນາມ​ໃນ​ສັນ​ຍາ​​ກ່ຽວ​ກັບການໜູນ​ຊ່ວຍ​
ດ້ານ​ການ​ເງິນ​ໃຫ້ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 4/10, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ Nguyen Van Minh, ຮອງ​ຜູ້ອຳ​ນວຍການ​ໃຫຍ່ກຸ່ມ​ບໍລິສັດ Hoang Anh Gia Lai ​ແລະ ທ່ານ ວີ​ເພັດ ສີ​ຫາ​ຈັກ, ປະທານ​ສະຫະພັນ​ບານ​ເຕະ​ສປປ​ລາວ, ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​​ກ່ຽວ​ກັບ​ເລື່ອງກຸ່ມບໍລິສັດ Hoang Anh Gia Lai ຂອງ​ຫວຽດນາມ ຈະ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້ສະຫະພັນ​ບານ​ເຕະ​ແຫ່ງ​ຊາດ​ລາວ ​ເພື່ອຈ້າງ​ຄູ​​ຝຶກຕ່າງປະ​ເທດ​ໃຫ້​ທິມຊາດບານ​ເຕະຊາຍ​​ຂອງ​ລາວ, ​ໃນ​ໄລຍະ 2 ປີ. ທີ່​ພິທີ​ລົງ​ນາມ, ທ່ານ Nguyen Van Minh ຊີ້​ແຈ້ງວ່າ ກຸ່ມບໍລິສັດ Hoang Anh Gia Lai ຫວັງ​ວ່າ​ຈະ​ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ລາວ ຮັກສາ​ຄວາມ​ກ້າວໜ້າ​ໃຫ້​ຂະ​ແໜງ​ກິລາລາວ ​ເວົ້າ​ລວມ ​ແລະ ​ບານ​ເຕະ​ລາວ ​ເວົ້າ​ສະ​ເພາະ. ທ່ານ ​ໄຊ​ບັນດິດ ຣາຊະ​ພົນ, ​ເລຂາທິການ​ໃຫຍ່ສະຫະພັນ​ບານ​ເຕະ​​ລາວ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ​ ການ​ສະໜັບສະໜູນ​ຢ່າງ​ແທດ​ຈິງ​ຂອງ​ກຸ່ມບໍລິສັດ Hoang Anh Gia Lai ມີ​ບົດບາດ​ສຳ​ຄັນ​ປະກອບສ່ວນເພື່ອ​ຍົກລະດັບຄວາມ​ສາມາດ​ຂອງ​ທິມຊາດບານ​ເຕະ​ລາວ.

ຂ່າວ/ບົດ​ອື່ນ