ການປະຊຸມຂ່າວກະກຽມກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ 13

ການປະຊຸມຂ່າວກະກຽມກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
ພາບປະກອບ: internet


(vovworld)-ທີ່​ການ​ປະຊຸມ​ຂ່າວ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 17/5 ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ແຫ້ງ​ຟຸກ ຫົວຫນ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/5 ​ແລະ ດຳ​ເນີນ​ໃນ​ເວລາຫນຶ່ງ​ເດືອນ. ກອງ​ປະຊຸມ​ເທື່ອ​ນີ້ ຈະ​ພິຈາ​ລະນາ, ຮັບຮອງ​ເອົາ​ຮ່າງ​ກົດໝາຍ 10 ສະບັບ, ມະຕິ ສະບັບ​ຫນຶ່ງ, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດ​  ໝາ​ຍອື່ນ 7 ສະບັບ. ສະພາ​ແຫ່ງ​ຊາດ​ກໍ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ​ງົບ​ປະມານ​ແຫ່ງ​ລັດ​ປີ 2012 ​ແລະ ບັນຫາ​ອື່ນ​ອີກ.  ທ່ານ ຫງວຽນ​ແຫ້ງ​ຟຸກ ​ໃຫ້​ຮູ້​ວ່າ:

        “ພິ​ເສດ ກອງ​ປະຊຸມ​ເທື່ອ​ນີ້​ຂອງ​ສະພາ​ແຫ່ງ​ຊາດ​​ຈະໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ນອກ​ນັ້ນ ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ສະພາ​ແຫ່ງ​ຊາດ​ ຈະ​ປຶກສາ​ຫາລື, ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ປະຕິບັດການ​ລົງ​ຄະ​ແນນ​ໄວ້​ວາງ​ໃຈ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈສຳລັບ​ບັນດາ​ເປົ້າ​ໝາຍ​ຊື່​ງສະພາ​ແຫ່ງ​ຊາດ​ໄດ້​ຄັດ​ເລືອກ ​ແລະ ​ໃຫ້​ສັດຕະຍາບັນ. ”

ຂ່າວ/ບົດ​ອື່ນ