ການປະຊຸມຂ່າວກ່ຽວກັບ ສັບປະດາ​ຟິມຮູບ​ເງົາ​ ດ້ຽນບຽນ​ຝູຢູ່​ລາວ


ການປະຊຸມຂ່າວກ່ຽວກັບ ສັບປະດາ​ຟິມຮູບ​ເງົາ​ ດ້ຽນບຽນ​ຝູຢູ່​ລາວ - ảnh 1
 (
ພາບ: Hoàng Chương/TTXVN)

 (vovworld)- ສັບປະດາ​ຟິມຮູບ​ເງົາ​ດ້ຽນບຽນ​ຝູຢູ່​ລາວ ດຳ​ເນີນ​ໄປ​ແຕ່​ວັນ​ທີ 5-11/5 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະດ້ຽນບຽນ​ຝູ. ​ໃນ​ໂອກາດ​ນີ້,​ ມີ​ຮູບ​ເງົາ 8 ​ເລື່ອງ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ບັ້ນຮົບດ້ຽນບຽນ​ຝູ ຈະ​ຖືກ​ແນະນຳ​ກັບ​ຜູ້​ຊົມ​ລາວ. ຊອງ​ໂທລະພາບ 1 ​ແລະ 3 ຂອງ​ໂທລະພາບ​ແຫ່ງ​ຊາດ​ລາວ ກໍ່​ຈະ​ສາຍບັນດາ​ຟິມຮູບ​ເງົາ​​ດັ່ງ​ກ່າວ. ວັນ​ທີ 29/4, ກ່າວ​ຄຳ​ເຫັນ​​ໃນ​ການ​ປະຊຸມ​ຂ່າວກ່ຽວ​ກັບ​ເຫດການ​ນີ້ຢູ່​ວຽງ​ຈັນ, ທ່ານບົວ​ເງິນ ຊາ​ພູ​ວົງ, ຮອງ​ລັດຖະມົນຕີ​ກະຊວງຖະ​ແຫຼ​ງຂ່າວ, ​ວັດທະນະທຳ ​ແລະ ທ່ອງ​ທ່ຽວລາວ ​ເນັ້ນໜັກ​ວ່າ:

   “ໄຊຊະນະດ້ຽນບຽນ​ຝູ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແລະ ກໍ່​ແມ່ນ​ປະຫວັດສາດ​ທີ່​ສະຫງ່າ​ອົ່ງ​ອາດ​ຂອງ​ປະຊາຊົນ​ສາມ​ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ. ຜ່ານ​ສັບປະດາ​ຟິມຮູບ​ເງົາ​ນີ້, ພວກ​ຂ້າພະ​ເຈົ້າຢາກ​ໃຫ້​ປະຊາຊົນ​ລາວ, ກຳລັງ​ປະກອບ​ອາວຸດ​ລາວ​ ເຂົ້າ​ໃຈ ​ແລະ ​ເຂົ້າຮ່ວມ​ບັນຍາກາດ​ສະ​ເຫຼີ​ມສະຫຼອງ​ເຫດການ​ສຳຄັນ​ຍິ່ງ​ນີ້“./.

ຂ່າວ/ບົດ​ອື່ນ