ການປະຊຸມຂ່າວກ່ຽວກັບງານຕະຫລາດນັດການຄ້າສາກົນExpoຫວຽດນາມຄັ້ງທີ13

ການປະຊຸມຂ່າວກ່ຽວກັບງານຕະຫລາດນັດການຄ້າສາກົນExpoຫວຽດນາມຄັ້ງທີ13 - ảnh 1
ການ​ປະຊຸມ​ຂ່າວ​ກ່ຽວ​ກັບງານ​ຕະຫລາດນັດ​
ການ​ຄ້າ​ສາກົນExpoຫວຽດນາມ​ຄັ້ງ​ທີ13
(ພາບ: ອິນເຕີແນັດ)

(vovworld) –  ​ ງານ​ຕະຫລາດນັດການ​ຄ້າ​ສາກົນ Expo ຫວຽດນາມ​ ຄັ້ງ​ທີ 13 ຈະ​ດຳ​ເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ລະຫວ່າງ​ວັນ​ທີ 2 – 5/12.ນັ້ນ​ແມ່ນ ຂໍ້​ມູນ​ຂ່າວ​ຖືກ​ຍົກ​ອອກ​ມາ​ທີ່ການ​ປະຊຸມ​ຂ່າວ ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11 ຢູ່​ຮ່າ​ໂນ້ຍ ​​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ນີ້ມີ 350 ບໍລິສັດ​​ມາ​ຈາກ​ຫລາຍ​ປະ​ເທດ ​ແລະ ​ເຂດ​ແຄ້ວນຄື: ມາ​ເລ​ເຊຍ, ຈີນ, ສ.​ເກົາຫຼີ, ອິນ​ເດຍ, ດ້ວຍ​ຮ້ານ​ວາງສະ​ແດງ 450 ຮ້ານ​ຂຶ້ນ​ກັບ​ບັນດາຂະ​ແໜງ​ສິນຄ້າ​ຄື: ​ເຄື່ອງ​ຈັກ ​ແລະ ອຸປະກອນອຸດສາຫະກຳ, ​ເຄື່ອງ​ຈັກ​ກໍ່ສ້າງ, ຜະລິດ​ຕະພັນ​ໄຟຟ້າ ​ແລະ ​ເອລັກ​ໂຕ​ນິກ…ງານ​ຕະຫລາດນັດ​ການ​ຄ້າ​ສາກົນ ຫວຽດນາມ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າທີ່​ມີ​ເຄື່ອງໝາຍ​ການ​ຄ້າ ​ແລະ ອິດທິພົນຊື່​ສຽງມາ​ຫລາຍ​ປີ​ຢູ່ ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົວ​ຕໍ່​ສົ່ງ​ເສີມດ້ານ​ການ​ຄ້າ​ສຳຄັນ​ລະຫວ່າງບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ພາກ​ພື້ນ ອາຊີ.

ຂ່າວ/ບົດ​ອື່ນ