ການປະຊຸມຂ່າວກ່ຽວກັບບັ້ນ ເຄື່ອນໄຫວຊາວໜຸ່ມອາສາສະໝັກ ລະດູແລ້ງປີ 2012

ການປະຊຸມຂ່າວກ່ຽວກັບບັ້ນ ເຄື່ອນໄຫວຊາວໜຸ່ມອາສາສະໝັກ ລະດູແລ້ງປີ 2012 - ảnh 1

ຊາວໜຸ່ມອາສາສະໝັກ ຫວຽດນາມ ຢູ່ເມືອງວຽງໄຊ ແຂວງຫົວພັນ

(ພາບ:tuoitrethanhhoa.vn)

( vovworld ) –  ​ຕອນ​ເຊົ້າວັນ​ທີ 22/5,  ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດການ​ປະຊຸມ​ຂ່າວກ່ຽວ​ກັບ​ບັ້ນເຄື່ອນໄຫວຊາວ​ໜຸ່ມ​ອາສາ​ສະໝັກລະດູ​ແລ້ງ​ປີ 2012 ຢູ່​ຮ່າ​ໂນ້ຍ. ​ບັ້ນເຄື່ອນໄຫວຊາວ​ໜຸ່ມ​ອາສາ​ສະໝັກ​ປີ 2012 ສຸມ​ໃສ່​ 9 ເນື້ອ​ໃນ​ຄື: ກໍ່ສ້າງ​ຊົນນະບົດ​ໃໝ່; ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງຄົມມະນາຄົມ; ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ; ເສີມພະລັງໃຫ້ແກ່ການສອບເສັງ, ​ເອົາ​ໃຈ​ໃສ່​ເບິ່​ງ​ແຍງ​ສຸຄະ​ພາບ​ວົງ​ຄະນາ​ຍາດ, ບໍລິຈາກ​ເລືອດ​ໂດຍ​ສະໝັກໃຈ; ​ເຂົ້າຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໄພ​ສັງຄົມ, ​ເຂົ້າຮ່ວມ​ການ​ເຄື​ອ່ນ​ໄຫວ​ຕອບ​ບຸນ​ແທນ​ຄຸນ…..​ກ່ຽວ​ກັບ​ບັນດາ​ຈຸດ​ໃໝ່​ໃນບັ້ນເຄື່ອນໄຫວຊາວ​ໜຸ່ມ​ອາສາ​ສະໝັກລະດູ​ແລ້ງ​ປີ 2012, ອ້າຍ Nguyen Manh Dung ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າຖື​ການ​ເຄື​ອ່ນ​ໄຫວ​ອາສາ​ສະໝັກ​ສາກົນ​ໃນ​ປີ​ນີ້​ເປັນ​ສຳຄັນ. ນັບ​ແຕ່​ເມື່ອ​ສ້າງ​ແຜນການ​ໃຫ້​ບັ້ນເຄື່ອນໄຫວຊາວ​ໜຸ່ມ​ອາສາ​ສະໝັກ​ປີ​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ສຸມ​ໃສ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ແຂວງ ນະຄອນທີ່​ມີ​ເສັ້ນຊາຍ​ແດນ​ຮ່ວມ​ກັບ​ບັນດາ​ແຂວງ​ຂອງ​ປະ​ເທດ​ລາວ ​ແລະ ກຳປູ​ເຈຍ ​ເພື່ອ​ເຮັດ​ແນວ​ໃດ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ ກໍ​ຄື​ປີ​ມິດຕະພາບ​ຫວຽດນາມ-ກຳປູ​ເຈຍ“.

ຂ່າວ/ບົດ​ອື່ນ